ໜ້າທໍາອິດ ການເຄື່ອນໄຫວ ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ

ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ

ໂດຍ phommasy

ກອງປະຊຸມກາງສະໄໝ ຂອງຄະນະໜ່ວຍພັກ ກົມກວດກາ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານສະໄໝທີ II ໄດ້ຈັດຂຶ້ນ ໃນວັນທີ 02 ມິຖຸນາ 2023 ທີ່ຜ່ານມານີ້, ໂດຍການເປັນ ປະທານຂອງ ສະຫາຍເຮີເຊັງ ເຢຍປໍເຮີ, ຮອງປະທານ ກວດກາ ພັກກະຊວງ, ເລຂາໜ່ວຍພັກ ກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະ ບໍລິຫານງານ ພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ແລະ ຄະນະຕິດຕາມພ້ອມດ້ວຍ ສະມາຊິກພັກສົມບູນ ພາຍໃນໜ່ວຍພັກ ກົມກວດກາ ເຂົ້າຮ່ວມທັງໝົດ 23 ສະຫາຍ.

ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຜ່ານບົດສະຫຼຸບ ການຈັດຕັ້ງ ປະຕິບັດ ວຽກງານ ໃນໄລຍະກາງ ສະໄໝ ຂອງຄະນະໜ່ວຍພັກ ກົມກວດກາ ສະໄໝທີ II ແລະ ວາງທິດທາງ ແຜນການ ທ້າຍສະໄໝຕໍ່ໜ້າ ຊຶ່ງນຳສະເໜີໂດຍ ສະຫາຍ ເຮີເຊັງ ເຢຍປໍເຮີ, ຮອງປະທານ ກວດກາພັກກະຊວງ, ເລຂາໜ່ວຍພັກ ກົມກວດກາ, ຈາກນັ້ນ ສະຫາຍ ສະກຸນຄຳ ແກ້ວບຸນຍາສິດ, ຮອງເລຂາ ໜ່ວຍພັກ ກົມກວດກາ ກໍໄດ້ຂຶ້ນຜ່ານ ບົດສໍາຫຼວດ ການນໍາພາລວມ ກາງສະໄໝ ຂອງຄະນະໜ່ວຍພັກ, ພ້ອມນັ້ນຍັງໄດ້ ມີການປະກອບ ຄຳຄິດຄຳເຫັນ ໃສ່ໃນສອງບົດ ດັ່ງກ່າວ ເພື່ອໃຫ້ເນື້ອໃນ ຄົບຖ້ວນ ສົມບູນຂຶ້ນຕື່ມ. ຫຼັງຈາກນັ້ນ, ຄະນະຕິດຕາມ ກໍໄດ້ຂຶ້ນຜ່ານ ກົດລະບຽບ ຂອງສະມາຊິກພັກ, ມາດຖານ, ເງື່ອນໄຂ, ສິດ ແລະ ໜ້າທີ່ ຂອງຄະນະ ບໍລິຫານງານ ພັກ, ຄະນະໜ່ວຍພັກ ແລະ ດໍາເນີນການ ທາບທາມ ຄວາມໄວ້ວາງໃຈ ຕໍ່ການນຳພາລວມ, ບຸກຄົນຄະນະ ໜ່ວຍພັກ ແລະ ບຸກຄົນຄະນະ ບໍລິຫານ ງານພັກ. ໃນກອງປະຊຸມ ຍັງໄດ້ມີການ ຜ່ານບົດສຳຫຼວດ ການຕີລາຄາ ຂອງບຸກຄົນ ໃນຄະນະ ບໍລິຫານ ງານພັກ, ຄະນະໜ່ວຍພັກ ແຕ່ລະສະຫາຍ ແລະ ໄດ້ມີການ ດຳເນີນການ ປະເມີນ ຄະນະ ໜ່ວຍພັກ ໂດຍໃຫ້ ສະມາຊິກພັກ ສົມບູນ ປະເມີນການ ຈັດຕັ້ງໄລຍະ ຜ່ານມາ ຂອງຄະນະໜ່ວຍ ພັກ ເພື່ອເຫັນໄດ້ ໃນດ້ານດີ, ດ້ານອ່ອນ, ບົດຮຽນ ຖອດຖອນໄດ້ ແລະ ບາງຈຸດທີ່ ຈະຕ້ອງໄດ້ປັບປຸງ ແກ້ໄຂໃນຕໍ່ໜ້າ.

ຕອນທ້າຍຂອງກອງປະຊຸມ, ຍັງໄດ້ເປັນກຽດຮັບຟັງ ການມີຄໍາເຫັນ ໂອ້ລົມຂອງ ສະຫາຍ ສັນຕິສຸກ ສິມມາລາວົງ ຊຶ່ງສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ກັບຜົນງານ ການເຄື່ອນໄຫວ ຂອງຄະນະໜ່ວຍພັກ ທີ່ສາມາດຍາດ ໄດ້ໃນໄລຍະ ຜ່ານມາ,  ສະຫາຍຍັງໄດ້ ຮຽກຮ້ອງ ມາຍັງຄະນະ ໜ່ວຍພັກ ໃຫ້ເອົາໃຈໃສ່ ໃນການຕັ້ງໜ້າ ປະກອບສ່ວນ ປະຕິບັດໜ້າທີ່ ວຽກງານ ເປັນຕົ້ນແມ່ນ ຄະນະໜ່ວຍພັກ ຕ້ອງເອົາ ໃຈໃສ່ ຕິດຕາມ, ກໍ່ສ້າງ, ສຶກສາອົບຮົມ, ເຊື່ອມຊຶມແນວທາງ ນະໂຍບາຍ ຂອງພັກ, ວຽກງານ ການເມືອງ-ແນວຄິດ ໃຫ້ແກ່ສະມາຊິກ ພັກ-ພະນັກງານ ໃຫ້ມີຄວາມອຸ່ນອ່ຽງ ທຸ່ນທ່ຽງ, ເຊື່ອໝັ້ນ ໃນການ ນຳພາ ຂອງຄະນະໜ່ວຍພັກ, ຄະນະໜ່ວຍພັກ ຕ້ອງເພີ່ມທະວີ ໃນການ ຄັດເລືອກເອົາ ບັນດາສະມາຊິກພັກ ທີ່ຄົບເງື່ອນໄຂ ເພື່ອປະກອບເຂົ້າ ໃນໜ້າວຽກ ວິຊາສະເພາະ ເພື່ອຂະຫຍາຍ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໃນຕໍ່ໜ້າ, ການມອບໝາຍ ວຽກງານ ໃຫ້ບັນດາສະຫາຍ ພາຍໃນກົມ ທາງດ້ານວຽກງານ ຂອງພັກ-ລັດ ໃຫ້ມີລັກສະ ເປັນເອກະພາບກັນ ໃນໝູ່ຄະນະຕາມ ແບບແຜນຫຼັກ ການລວມສູນ ປະຊາທິປະໄຕ ແລະ ຄະນະໜ່ວຍພັກ ຕ້ອງເອົາໃຈໃສ່ ໃນການລົງ ຕິດຕາມ ໃກ້ຊິດກັບບັນດາ ອ້າຍນ້ອງສະມາຊິກ ພັກ-ພະນັກງານ ເພື່ອຮັບຮູ້ບັນດາ ຂໍ້ຫຍຸ້ງຍາກຕ່າງໆ ເພື່ອໃຫ້ຮູ້ໄດ້ເຖິງ ບັນຫາ ຢ່າງຊັດເຈນ ແລະ ສາມາດແກ້ໄຂ ໄດ້ທັນເວລາທັນ ກັບສະພາບການ. ສະຫາຍຍັງໄດ້ ເນັ້ນໜັກ ໃຫ້ຄະນະໜ່ວຍພັກ ແລະ ສະມາຊິກພັກ ສືບຕໍ່ເອົາໃຈໃສ່ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສຳເລັດ ເປັນກ້າວໆ, ສືບຕໍ່ເພີ່ມທະວີ ໃນການລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານ ກວດກາ ໃຫ້ບັນດາ ກົມ/ທຽບເທົ່າ, ສູນ, ສະຖາບັນ, ອົງການ ແລະ ບໍລິສັດລັດ ວິສາຫະກິດ ທີ່ຂຶ້ນກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃຫ້ສຳເລັດ ຕາມແຜນການ ທີ່ວາງໄວ້, ຊຸກຍູ້ສົ່ງເສີມ ສະມາຊິກ ພັກ-ພະນັກງານ ພາຍໃນ ກົມກວດກາ ໃຫ້ໄດ້ຮັບການ ຍົກລະດັບ ທາງດ້ານທິດສະດີ ການເມືອງ -ການປົກຄອງ, ຍົກລະດັບ ຄວາມຮູ້ – ຄວາມສາມາດ ດ້ານວິຊາ ສະເພາະ, ດ້ານວຽກງານ IT ແລະ ດ້ານພາສາ ຕ່າງປະເທດ ໃຫ້ຫຼາຍຂຶ້ນ.

ບົດຂ່າວ:ກົມກວດກາ, ພະແນກກວດກາພັກ

ຂ່າວສານທີ່ກ່ຽວຂ້ອງ