ການເຄື່ອນໄຫວ ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ ຫຼັງໄລຍະການລະບາດ ຂອງພະຍາດ COVID-19 ໃນຂົງເຂດ ປະເທດອາຊີ-ປາຊີຟິກ ໂດຍ phommasy 12/06/2023 12/06/2023 38 ໃນລະຫວ່າງວັນທີ 30-31 ພຶດສະພາ 2023, ທີ່ໂຮງແຮມ ຄຣາວພ ລາຊາ, ນະຄອນຫຼວງວຽງຈັນ. ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າໂດຍ ສູນອິນເຕີເນັດ ແຫ່ງຊາດ ຮ່ວມກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຕາງໜ້າໂດຍ ກົມຂົນສົ່ງ ແລະ ຄະນະ ກຳມະທິການ ເສດຖະກິດ ແລະ ສັງຄົມ ຂົງເຂດ ອາຊີ-ປາຊີຟິກ (United Nations Economic and Social Commission for Asia and the Pacific ຫຼື UNESCAP) ໄດ້ຮ່ວມຈັດກອງປະຊຸມສຳມະນາ ການເຊື່ອມໂຍງ ທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດ ຖະກິດ-ສັງຄົມ ໃນຊົນນະບົດ ຫຼັງໄລຍະການ ລະບາດ ຂອງພະຍາດ COVID-19 ໃນຂົງເຂດປະເທດອາຊີ-ປາຊີຟິກ ໂດຍການ ເປັນ ປະທານ ຮ່ວມກ່າວເປີດພິທີຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ພັນທະພາບ ພູນສະຫວັດ, ຮອງຫົວໜ້າ ກົມຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ຊາຣາ ເສັກເກິເນັດ, ຜູ້ປະສານ ງານອົງການ ສະຫະປະຊາຊາດ ປະຈຳ ສປປ ລາວ (Ms. Sara Sekkenes, UN Resident Coordinator, Lao PDR), ຊຶ່ງມີໄດ້ມີຜູ້ເຂົ້າຮ່ວມຈາກ ບັນດາກົມ/ສູນ ທີ່ກ່ຽວຂ້ອງ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕາງໜ້າຈາກ ບັນດາ ກະຊວງ ທີ່ກ່ຽວຂ້ອງ ກັບການພັດທະນາ ທາງດ້ານ ການເຊື່ອມໂຍງ ດິຈິຕອນ, ຝ່າຍກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ກ່ຽວຂອງກັບ ວຽກງານເຊື່ອມໂຍງທາງ ດ້ານການຂົນສົ່ງ, ຕາງໜ້າຈາກ ອົງການ ສະຫະປະຊາດຊາດ ແລະ ຄະນະກຳມະທິການ ເສດຖະກິດ ແລະ ສັງຄົມ ຂົງເຂດ ອາຊີ-ປາຊີຟິກ. ຈຸດປະສົງ ການປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອນຳສະເໜີ ຜົນການ ຄົ້ນຄວ້າ ແລະ ການປະເມີນ ສະຖານະພາບດ້ານ ການເຊື່ອມໂຍງ ທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ໃນໄລຍະຜ່ານມາ ແລະ ປັດຈຸບັນ, ເພື່ອໃຫ້ຜູ້ເຂົ້າຮ່ວມ ຈາກພາກລັດ ໃນ ສປປ ລາວ ໄດ້ນຳສະເໜີ ແລກປ່ຽນບົດຮຽນ ແລະ ບັນດາຂໍ້ມູນ ກ່ຽວກັບ ການພັດທະນາ ດ້ານການເຊື່ອມໂຍງ ດິຈິຕອນ ແລະ ການຂົນສົ່ງ ໃນເຂດ ຊົນນະບົດ ແລະ ເພື່ອຜັນຂະຫຍາຍການຮ່ວມມື ແລະ ພັດທະນາ ຍຸດທະສາດ ໃນການພັດທະນາ ດ້ານການເຊື່ອໂຍງ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງດ້ານເສດຖະກິດ-ສັງຄົມ. ພາບ ແລະ ຂ່າວ: ສູນອິນເຕີເນັດ ວຽກຮ່ວມມືເດັ່ນ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud... 10/10/2023 ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023 ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ... 02/06/2023