ການເຄື່ອນໄຫວ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud Computing, Chat GPT ແລະ Google Bard) ໂດຍ phommasy 10/10/2023 10/10/2023 36 ໃນຕອນເຊົ້າ ຂອງວັນທີ 30 ພຶດສະພາ 2023, ສູນບໍລິຫານ ລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດ ກອງປະຊຸມ ສຳມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄຫມ ໃຫ້ແກ່ ພະນັກງານພາກລັດ ກ່ຽວກັບ ການນໍາໃຊ້ລະບົບ Cloud Computing, Chat GPT ແລະ Google Bard ທີ່ ຫ້ອງປະຊຸມສໍາ ນັກງານໃຫຍ່ ລາວໂທລະຄົມ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ນາງ ວັນນະພາ ພົມມະທັນສີ, ຮອງ ຫົວໜ້າສູນ ບໍລິຫານລັດດິຈິຕອນ ແລະ ທ່ານ ຄໍາໃບ ພົມຮັກສາ, ຫົວໜ້າຝ່າຍ ຈັດຕັ້ງ-ບໍລິຫານ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີຜູ້ຕາງໜ້າ ເຂົ້າຮ່ວມຈາກ ບັນດາກົມ, ສູນ, ສະຖາບັນທຽບເທົ່າ ພາຍໃນ ກຕສ ແລະ ບັນດາແຂກຕາງໜ້າຈາກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ລວມທັງໝົດຈຳນວນ 45 ທ່ານ. ຈຸດປະສົງຂອງງານ ສໍາມະນາຄັ້ງນີ້ ເພື່ອເປັນເວທີໃນການ ແລກປ່ຽນ ບົດຮຽນ, ສ້າງຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ ພາກລັດ ແລະ ເພື່ອເປັນການແລກປ່ຽນ ຄວາມຮູ້ ປະສົບການທີ່ກ່ຽວຂ້ອງ ກັບເຕັກໂນໂລຊີ ເຊັ່ນ: ການເລືອກນໍາໃຊ້ ການບໍລິການ Cloud Computing, ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ແນະນໍາການນໍາໃຊ້ AI ເຂົ້າມາຊ່ວຍວຽກງານ ທັງພາກລັດ ແລະ ເອກະຊົນ ເປັນຕົ້ນແມ່ນ Chat GPT ແລະ Google Bard ທີ່ເປັນກະແສນິຍົມ ໃນປັດຈຸບັນ. ທັງນີ້ ກໍເພື່ອຜັນ ຂະຫຍາຍ ການຈັດຕັ້ງ ປະຕິບັດ ບົດບັນທຶກ ຄວາມເຂົ້າໃຈ (MOU) ລະຫວ່າງ ສູນບໍລິຫານ ລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ໃນການພັດທະນາ ການບໍລິຫານ ແລະ ການບໍລິການລັດດິຈິຕອນ ທີ່ໄດ້ລົງນາມ ໃນປີ 2021. ກອງປະຊຸມໄດ້ຮັບກຽດຈາກ ນັກວິທະຍາກອນ 4 ທ່ານຈາກທັງ ພາກລັດ, ມະຫາວິທະຍາໄລ ແຫ່ງຊາດ ແລະ ບໍລິສັດ ຜູ້ປະກອບການ ຈາກພາກເອກະຊົນ ປະກອບມີ: ທ່ານ ປອ. ສິລິວັນໄຊ ເພັດສຸວັນ, ຮອງຫົວໜ້າພະແນກ ກຸ່ມຂໍ້ມູນຜູກພັນ, ກົມເຕັກໂນໂລ ຊີດິຈິຕອນ, ທ່ານ ປອ. ພອນປະດິດ ພູມມະວົງ, ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ, ທ່ານ ສຸດທິໄຊ ເລັ່ງສະຫວັດ, ຈາກ Cloud BU LTC ແລະ ທ່ານ ພຸດ ສີສຸພັນ ອໍານວຍການ ບໍລິສັດ ຮຸ່ງອາລຸນ ເຕັກໂນໂລຊີ ໄດ້ມາແລກປ່ຽນ, ການນໍາໃຊ້ ແລະ ມາແບ່ງປັນ ປະສົບການ ທາງດ້ານ Cloud Computing ບໍ່ວ່າຈະເປັນ Infrastructure as a service (Iaas), Platform as a Service (PaaS) ແລະ Software as a service (SaaS) ຄວາມແຕກຕ່າງ, ຂໍ້ແນະນໍາ ແລະ ການນໍາໃຊ້ ປັນຍາປະດິດ (Open AI Chat bot) ເປັນຕົ້ນແມ່ນ Chat GPT ແລະ GOOGLE BARD. ນອກຈາກນີ້, ຍັງໄດ້ເປີດເວທີ ໃຫ້ນັກສຳມະນາກອນ ໄດ້ສົນທະນາ ຖາມ-ຕອບ ກັບບັນດາ ວິທະຍາກອນ ຢ່າງຟົດຟື້ນ, ມີຄວາມຫຼາກຫຼາຍ ແລະ ເປັນໂອກາດອັນດີ ທີໃຫ້ຜູ້ເຂົ້າຮ່ວມ ໄດ້ເຮັດແບບຝືກຫັດ ຈໍາລອງ ໃນການນໍາໃຊ້ AI chatbot ຈາກ ຮຸ່ງອາລຸນ ແລະ brad, ການທົດລອງເອົາ Webpage ໄປສ້າງ ແລະ Host ຢູ່ຄລາວພາດຟອມ (PaaS). ຊຶ່ງເຫັນໄດ້ວ່າ ນັກສໍາມະນາກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ທັງເປັນການສ້າງ ຄວາມອາດສາມາດ ແລະ ສາມາດ ຖອດຖອນ ບົດຮຽນ, ປັບໃຊ້ເຄື່ອງມື ດັ່ງກ່າວ ເຂົ້າມາຊ່ວຍ ໃນການ ຄົ້ນຄວ້າ, ສ້າງມູນຄ່າເພີ່ມ ໃຫ້ວຽກງານ ທີ່ສາມາດນຳເອົາ ຜົນງານ ໄປຕໍ່ຍອດ ໃນການສ້າງ ນະວັດຕະກຳໃໝ່ໆ, ບັນດາບຸກຄົນ, Startup, SME ສາມາດນຳເອົາ ໄປຜັນຂະຫຍາຍ ແລະ ສ້າງບັນດາ ບໍລິການຕ່າງໆ ໃນຮູບແບບ online application ເພື່ອມາຮັບໃຊ້ ສັງຄົມ ແລະ ພາກລັດ ສາມາດໝູນ ໃຊ້ເພື່ອຈັດການ ກັບວຽກງານ ເອກະສານ. ພາບ ແລະ ຂ່າວ: ສູນບໍລິຫານລັດດິຈິຕອນ ສຳມະນາເດັ່ນ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ... 12/06/2023 ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023 ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ... 02/06/2023