ໜ້າທໍາອິດ ການເຄື່ອນໄຫວ ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and Digital Platform

ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and Digital Platform

ໂດຍ phommasy

ໃນຕອນບ່າຍຂອງວັນທີ 07 ມິຖຸນາ 2023, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ສູນບໍລິຫານລັດ ດິຈິຕອນ (ສລດ), ກຕສ ຮ່ວມກັບ ບໍລິສັດ Real LAOS Partnership (RLP) ໄດ້ຈັດກອງປະຊຸມ ສຳມະນາໃນຫົວຂໍ້ Internet Exchange, Data Center and Digital Platform  ໂດຍການໃຫ້ກຽດ ເປັນປະທານ ຮ່ວມຂອງ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນ ບໍລິຫານລັດດິຈິຕອນ ແລະ ທ່ານ ປອ. ໄຊບັນດິດ ຣາຊະພົນ, ຜູ້ກໍ່ຕັ້ງບໍລິສັດ Real Laos Partnership (RLP), ມີຜູ້ຕາງໜ້າເຂົ້າຮ່ວມຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ບໍລິສັດ REAL LAOS PARTNERSHIP ແລະ ຜູ້ຕາງໜ້າຈາກ ຫ້ອງການ, ​ກົມ, ສະຖາບັນ, ອົງການ, ສູນ ພາຍໃນ ກຕສ ຈຳນວນ 30 ກວ່າທ່ານ.

ຈຸດປະສົງ ຂອງການຈັດກອງປະຊຸມ ສຳມະນາຄັ້ງນີ້ ກໍເພື່ອສ້າງ ກິດຈະກຳ ການຮ່ວມມື ແລກປ່ຽນ ຄວາມຮູ້ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ເພື່ອນໍາສະເໜີ ແນວໂນ້ມ ການພັດທະນາ ເຕັກໂນໂລຊີ ການສື່ສານ, ການຄຸ້ມຄອງ ລະບົບເຄືອ​ຂ່າຍ,  ສູນຂໍ້ມູນ ດິຈິຕອນ, ບັນດາ Platform ຂອງວຽກງານການ ຫັນເປັນດິຈິຕອນ.

ທ່ານ ຫົວໜ້າສູນ ບໍລິຫານລັດດິຈິຕອນ ໄດ້ກ່າວຕໍ່ກອງປະຊຸມ ສຳມະນາ ຄັ້ງນີ້ວ່າ:  “ການພັດທະນາ ແລະ ສົ່ງເສີມ ການນຳໃຊ້ ເຕັກໂນໂລຊີ ດິຈິຕອນ, ລະບົບເຄືຍຂ່າຍ ອິນເຕີເນັດ, ການຄຸ້ມຄອງ ຂໍ້ມູນ, ສູນຂໍ້ມູນຂ່າວສານ ແລະ ບັນດາ Platform ການຫັນ ເປັນດິຈິຕອນ ແມ່ນມີຄວາມສຳຄັນຫຼາຍ ເພາະວ່າບັນດາລະບົບຕ່າງໆ ແມ່ນເຄື່ອງມື ຮັບໃຊ້ ເຂົ້າໃນວຽກງານ ຂອງພາກລັດ ໃນການຫັນ ເປັນລັດຖະບານ ດິຈິຕອນ ແລະ  ເປັນການສ້າງບາດກ້າວ ການຫັນ ປ່ຽນໃໝ່, ຮັບປະກັນ ເຮັດໃຫ້ວຽກງານ ມີຄວາມສະດວກ ວ່ອງໄວ ແທດເໝາະ ກັບຍຸກແຫ່ງ ອຸດສາຫະກໍາ 4.0 ແລະ ເພື່ອມາຊຸກຍູ້ ວຽກງານ ຫັນເປັນເສດຖະກິດ ດິຈິຕອນ ຂອງ ສປປລາວ”

ກອງປະຊຸມ ໄດ້ຮັບຟັງການນໍາສະເໜີ ຂອງບັນດາຊ່ຽວຊານ ຈາກ ພາຍໃນ ແລະ  ຕ່າງປະເທດ ທີ່ໄດ້ມາແລກປ່ຽນ ກ່ຽວກັບທາງ ເລືອກ ຂອງລະບົບ, ເຕັກໂນໂລຊີ ທີ່ນໍາໃຊ້ໃນ ສູນຂໍ້ມູນຂ່າວສານ ແລະ ການຄຸ້ມຄອງ ຂໍ້ມູນ ອິນເຕີເນັດ (Internet Exchange, Data Center and Digital Platform), ພ້ອມນີ້ ຕາງໜ້າຈາກ ສູນບໍລິຫານລັດ ແລະ ສູນອິນເຕິເນັດ ແຫ່ງຊາດ ໄດ້ນໍາສະເໜີ ພາລະບົດບາດ, ບັນດາລະບົບ, ການບໍລິການ ແລະ ແຜນພັດທະນາ ຂອງສູນ. ຕອນທ້າຍ ຂອງກອງປະຊຸມ ສຳມະນາ ຜູ້ເຂົ້າຮ່ວມ ຍັງໄດ້ ແລກປ່ຽນ ຄວາມຮູ້ ແລະ ປະສົບການໃນ ການພັດທະນາ ແລະ ເປັນການສ້າງ ຄວາມອາດ ສາມາດ, ເຂົ້າໃຈ ຄວາມສໍາຄັນ, ສາມາດ ຖອດຖອນ ບົດຮຽນ ແລະ ປັບໃຊ້ ໃນການພັດທະນາ ວຽກງານຂອງ ກະຊວງໃນຕໍ່ໜ້າ.

ຂ່າວສານທີ່ກ່ຽວຂ້ອງ