ໜ້າທໍາອິດ ການເຄື່ອນໄຫວ ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ

ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ

ໂດຍ phommasy

ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກ​ໂນ​ໂລ​ຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດພິ​ທີສະເຫຼີມ ສະຫຼອງ ວັນເດັກສາກົນ ຕິດພັນກັບ ວັນປູກຕົ້ນໄມ້ ແຫ່ງຊາດ (01 ມິຖຸນາ) ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023, ທີ່ສະຖານີ ບໍລິສັດ ດາວທຽມລາວ-ເອເຊຍປາຊີຟິກ (ເຂດຫລັກ 14) ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ກຕສ, ຊຶ່ງມີ ຮອງປະທານ ພ້ອມດ້ວຍຄະນະ ຄກມດ ກຕສ, ມີຄະນະຫ້ອງການ, ກົມ, ສູນ, ສະຖາບັນ, ອົງການ ແລະ ຄະນະອໍານວຍການ ບໍລິສັດ ດ້ານໂທລະຄົມ, ໄປສະນີ​ ພ້ອມດ້ວຍລູກຫຼານຂອງພະນັກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ​ເຂົ້າ​ຮ່ວມ 150 ກວ່າຄົນ.

ໃນພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄັ້ງນີ້ ໄດ້ມີກິດຈະກໍາ ຫຼາຍຢ່າງ ເພື່ອໃຫ້ຫຼານນ້ອຍ ໄດ້ສະແດງຄວາມຮູ້ ຄວາມສາມາດ ຂອງຕົນເອງ ເຊັ່ນ: ຖາມ-ຕອບ ຄວາມຮູ້ຮອບຕົວ ທາງດ້ານ ເຕັກໂນໂລຊີ ດິຈິຕ໋ອນ, ຮ້ອງເພງ, ເຕັ້ນ ແລະ ອື່ນໆ… ທັງນີ້ກໍ ເພື່ອເປັນການສົ່ງເສີມ ການມີສ່ວນຮ່ວມຂອງເດັກ ໃຫ້ມີການ ພັດທະນາ ຄຽງຄູ່ ກັບຄວາມເບີກບານມ່ວນຊື່ນ ເສີມສ້າງໃຫ້ເດັກ ມີສະຕິປັນຍາ, ຮູ້ຮັກ ແລະ ເຄົາລົບນັບຖືຜູ້ໃຫຍ່, ພໍ່ແມ່, ມີຄວາມ ສາມັກຄີກັບ ໝູ່ເພື່ອນ ແລະ ການສະແດງ ຄວາມສາມາດ ຂອງຕົນເອງ ຕໍ່ສັງຄົມ. ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ ນໍາພາເດັກນ້ອຍ ເຂົ້າຢ້ຽມຊົມ ສະຖານີ ບໍລິສັດ ດາວທຽມລາວ-ເອເຊຍປາຊີຟິກ, ຮ່ວມກັນປູກຕົ້ນໄມ້ ແລະ ເຂົ້າກາບໄຫວ້ບູຊາ ທີ່ ວັດໜອງແສງສຸວັນນະນາຄາຣາມ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ​ໄດ້​ກ່າວ​ໃນພິທີວ່າ: ລັດຖະບານຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຢ່າງຕັ້ງໜ້າ ໃນການຊຸກຍູ້, ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວ ໃຫ້ເຕີບໃຫຍ່ ຊຶ່ງໃນແຕ່ລະປີ ເປັນໂອກາດ ອັນດີໃຫ້ພວກເຮົາ ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ, ນິຕິກໍາຂອງລັດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະ ລວມທັງເປົ້າໝາຍການ ພັດທະນາແບບຍືນຍົງ ທີ່ພົວພັນ ເຖິງວຽກແມ່ ແລະ ເດັກ ກໍຄືສົນທິ ສັນຍາສາກົນ ແລະ ພາກພື້ນ ອາຊຽນ ກ່ຽວກັບເດັກທີ່ ສປປ ລາວ ເປັນພາຄີ ເປັນຕົ້ນແມ່ນ: ສົນທິສັນຍາວ່າດ້ວຍ ສິດທິເດັກ ຈຸດປະສົງ ເພື່ອຮັບປະກັນ ການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກລາວບັນດາເຜົ່າ ໃຫ້ມີໄວເດັກ ທີ່ເຕັມໄປດ້ວຍ ຄວາມຜາສຸກ, ຄວາມອົບອຸ່ນ ແລະ ການເບິ່ງແຍງ ເປັນຢ່າງດີຈາກ ພໍ່-ແມ່ ຍາດຕິພີ່ນ້ອງ ໃນຄອບຄົວ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ທຸກ​ພາກ​ສ່ວນ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ແລະ ອອກ​ແຮງ​​ເພີ່ມທະວີ ປະຕິບັດ ວຽກງານ​​​ແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ, ​ເຮັດ​ໃຫ້​ເດັກ​ໄດ້ຮັບຄວາມ​ຮັກ ​ອັນ​ອົບ​ອຸ່ນ ​ແລະ ​ການ​​ເບິ່​ງ​ແຍງ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີຈາກ​ພໍ່​ແມ່, ຄອບຄົວ, ຊຸມ​ຊົນ, ສັງຄົມ​ ແລະ ການຈັດຕັ້ງທຸກ​ຂັ້ນ ເພື່ອໃຫ້ເດັກຮັບ ການພັດທະນາ ແລະ ມີອະນາຄົດ ທີ່ສົດ​ໃສ ກ້າວ​ເປັນ​ຜູ້​ໃຫຍ່ທີ່​ມີ ຄຸນນະພາບ​, ​ເປັນ​ກຳລັງຊັບພະຍາກອນມະນຸດ ທີ່ມີຄວາມ ເຂັ້ມແຂງ ​ຂອງ​ຊາດ ເພື່ອສືບຕໍ່ພາລະກິດ ປົກປັກຮັກສາ ແລະ ​ສ້າງສາພັດທະນາ ​ປະ​ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ຂ່າວສານທີ່ກ່ຽວຂ້ອງ