ໜ້າທໍາອິດ ການເຄື່ອນໄຫວ ສຳມະນາປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບການນຳໃຊ້ ກຸ່ມຂໍ້ມູນຜູກພັນ ເພື່ອພັດທະນາ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

ສຳມະນາປຶກສາຫາລື ລະດັບລັດຖະມົນຕີ ກ່ຽວກັບການນຳໃຊ້ ກຸ່ມຂໍ້ມູນຜູກພັນ ເພື່ອພັດທະນາ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ

ໂດຍ phommasy

ໃນຕອນບ່າຍຂອງວັນທີ 26 ພຶດສະພາ 2023 ຜ່ານມານີ້, ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank, ປະເທດສິງກະໂປ ຈັດກອງປະຊຸມ ສຳມະນາປຶກສາ ຫາລືລະດັບ ລັດຖະມົນຕີ ກ່ຽວກັບ ການນຳໃຊ້ ກຸ່ມຂໍ້ມູນຜູກພັນ  ເພື່ອພັດທະນາ ເສດຖະກິດ ດິຈິຕ໋ອນ ຂອງ ສປປ ລາວ, ໂດຍການເປັນປະທານ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ບັນດາກົມ, ສະຖາບັນ, ຫ້ອງການ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາກະຊວງອ້ອມຂ້າງ, ປະທານບໍລິສັດ Meta Bank ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງກອງປະຊຸມ ສຳມະນາຄັ້ງນີ້ ແມ່ນເພື່ອ ຊຸກຍູ້-ສົ່ງເສີມ ການຫັນເປັນ ດິຈິຕ໋ອນຂອງ ສປປ ລາວ, ພັດທະນາ ເສດຖະກິດດິຈິຕ໋ອນ ບົນພື້ນຖານ ການນຳໃຊ້ ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ ໃນການຜັນຂະຫຍາຍ ຈັດຕັ້ງປະຕິບັດ ວິໄສທັດການພັດທະນາ ເສດຖະກິດດິ ຈິຕ໋ອນ ແຫ່ງຊາດ ໄລຍະ 20 ປີ (2021-2040),​ ຍຸດທະສາດການພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາເສດ ຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ ໃນການສ້າງ ເສດຖະກິດດິຈິຕ໋ອນ. ໃນກອງປະຊຸມ ສຳມະນາ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີບົດຮຽນ ຈາກບັນດາ ຊ່ຽວຊານ ຂອງບໍລິສັດ Meta Bank ແລະ  D11 labs ເປັນຕົ້ນແມ່ນ ການສະເໜີກ່ຽວກັບ ການພັດທະນາ ຜະລິດຕະພັນ ດິຈິຕ໋ອນ ແລະ ການວາງແຜນການຕະ ຫຼາດຂອງ ສປປ ລາວ (Digital Branding and Marketing Planning in Laos); ການສະເໜີກ່ຽວກັບ ກໍລະນີສຶກສາ ຄວາມເປັນໄປໄດ້ ຂອງບລັອກເຊນ 4.0 ແຫ່ງປະເທດລາວ (Feasibility study on Lao Blockchain 4.0) ແລະ ການສະເໜີ ກ່ຽວກັບ ແຜນການຕະຫຼາດ ຊັບສິນດິຈິຕ໋ອນຂອງ ສປປ ລາວ (Digital Product Marketing Plan in Laos).

ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ພ້ອມກັນຄົ້ນຄວ້າ,​ ສົນທະນາ ແລະ ແລກປ່ຽນ ຄໍາຄິດຄໍາເຫັນນໍາກັນ ເພື່ອຊອກຫາ ແນວທາງຊຸກຍູ້ ການຈັດຕັ້ງປະຕິບັດ ວຽກງານດັ່ງດ່າວ ທີ່ຕິດພັນກັບ ວຽກງານ ການພັດທະນາ ເສດຖະກິດດິຈິຕ໋ອນ, ພ້ອມທັງຫາຊ່ອງທາງ ຊຸກຍູ້-ສົ່ງ ເສີມ ຄົ້ນຄວ້າສ້າງເງື່ອນໄຂ ອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມືພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກ ເພື່ອ ຮ່ວມມື ກັນໃນການສ້າງ ກຸ່ມຂໍ້ມູນຜູກພັນ Blockchain 4.0 ເພື່ອການຂັບເຄື່ອນ ການພັດທະນາເສດ ຖະກິດດິຈິຕ໋ອນ ຂອງປະ ເທດເຮົາໄດ້ ຢ່າງຍືນຍົງ ແລະ ໝັ້ນຄົງໃນຕໍ່ໜ້າ.

ຂ່າວສານທີ່ກ່ຽວຂ້ອງ