ໜ້າທໍາອິດ ການເຄື່ອນໄຫວ ໜ່ວຍພັກກົມແຜນການ ແລະ ການເງິນ ກຕສ ສໍາເລັດການດໍາເນີນ ກອງປະຊຸມກາງສະໄໝ

ໜ່ວຍພັກກົມແຜນການ ແລະ ການເງິນ ກຕສ ສໍາເລັດການດໍາເນີນ ກອງປະຊຸມກາງສະໄໝ

ໂດຍ phommasy

ໃນວັນທີ 22 ພຶດສະພາ 2023, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີກອງປະຊຸມ ກາງສະໄໝ ຂອງໜ່ວຍພັກກົມແຜນການ ແລະ ການເງິນ, ກຕສ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສຸດໃຈ ພິມມະສີ ເລຂາໜ່ວຍພັກກົມແຜນການ ແລະ ການເງິນ, ຊຶ່ງໄດ້ຮັບກຽດ ເຂົ້າ ຮ່ວມຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາ ພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກສົມບູນ ພາຍໃນໜ່ວຍພັກ ກົມແຜນການ ແລະ ການເງິນ ເຂົ້າຮ່ວມຈຳນວນ 30 ສະຫາຍ, ຍິງ 18 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ບົດສະຫຼຸບການນໍາພາ-ຊີ້ນໍາ ຂອງຄະນະ ໜ່ວຍພັກກາງສະໄໝ ແລະ ແຜນການຕໍ່ໜ້າ ສະເໜີໂດຍ ສະຫາຍເລຂາໜ່ວຍພັກກົມແຜນການ ແລະ ການເງິນ ຊຶ່ງມີເນື້ອໃນ ສະແດງອອກຄື: ພາຍໃນໜ່ວຍພັກກົມແຜນການ ແລະ ການເງິນ ມີພະນັກງານທັງໝົດ 52 ສະຫາຍ ​(ຍິງ 33 ສະຫາຍ), ໃນນັ້ນມີຄະນະ ໜ່ວຍພັກ 03 ສະຫາຍ, ປະກອບມີເລຂາໜ່ວຍ 01 ສະຫາຍ, ຮອງເລຂາໜ່ວຍ 01 ສະຫາຍ (ເພດຍິງ), ຄະນະໜ່ວຍ 01 ສະຫາຍ ແລະ ມີສະມາຊິກພັກທັງໝົດ ຈໍານວນ 30 ສະຫາຍ ​(ຍິງ 18 ສະຫາຍ), ໃນນັ້ນມີສະມາຊິກພັກສໍາຮອງ 03 ສະຫາຍ ​(ຍິງ 02 ສະຫາຍ). ລະບັບວິຊາສະເພາະ ປະລິນຍາໂທ 14 ສະຫາຍ (ຍິງ 09 ສະຫາຍ), ປະລິນຍາຕີ 36 ສະຫາຍ (ຍິງ 22 ສະຫາຍ), ຊັ້ນສູງ 02 ສະຫາຍ (ຍິງ 02 ສະຫາຍ). ລະດັບທິດສະດີ ການເມືອງ-ການປົກຄອງ ຂັ້ນສູງ 02 ສະຫາຍ ແລະ ບໍາລຸງ 45 ວັນ ຈໍານວນ 26 ສະຫາຍ (ຍິງ 17 ສະຫາຍ). ການນໍາພາດ້ານ ວຽກງານວິຊາສະເພາະ ມາຮອດ ປັດຈຸບັນ ກໍໄດ້ມີຜົນສໍາເລັດຫຼາຍດ້ານສະແດງອອກ ຄື: ດ້ານວຽກງານ ແຜນການ: ສໍາເລັດການສະຫຼຸບ ຕີລາຄາການຈັດຕັ້ງ ປະຕິບັດ ແຜນພັດທະນາ 05 ປີ ຄັ້ງທີ II (2016-2020) ແລະ ກໍານົດທິດທາງ ແຜນການ 05 ປີ ຄັ້ງທີ III (2021-2025) ຂອງຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ; ສຳເລັດການສະຫຼຸບ ຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາ ເຕັກໂນໂລຊີ ແລະ ການສື່ສານ ປະຈໍາ 3 ເດືອນ, 6 ເດືອນ, 9 ເດືອນ ແລະ ສະຫຼຸບໝົດປີ 2021 ແລະ ປະຈໍາປີ 2022 ຂອງຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ສະເໜີ ເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດ ຖະບານ ທັນຕາມກໍານົດເວລາ; ດ້ານການຄຸ້ມຄອງ ໂຄງການລົງທຶນ ຂອງລັດ: ນັບແຕ່ປີ 2021-2023 ກະຊວງ ໄດ້ຮັບໂຄງການ ລົງທຶນລັດ ຈຳນວນທັງໝົດ 49 ໂຄງການ ມູນຄ່າ 57 ຕື້​ກວ່າກີບ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 42,22% (ແຜນການ 5 ປີ 135 ຕື້ກີບ); ດ້ານວຽກງານ ສະຖິຕິຂະແໜງການເຕັກໂນໂລຊີ ແລະ ການສື່ ສານ: ສໍາເລັດຂັ້ນພື້ນຖານໃນການຄົ້ນຄວ້າ ແລະ ສ້າງລະບົບ ສະຖິຕິ ຫັນເປັນຫັນເປັນສະໄໝ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ ສານ; ສໍາເລັດຄົ້ນຄວ້າ ແລະ ກໍານົດຕົວຊີ້ບອກ ດ້ານສະຖິຕິ ຫຼາຍກວ່າ 100 ຕົວຊີ້ວັດ; ສຳເລັດການສະຫຼຸບ ຕົວເລກສະຖິຕິ ຂາດຕົວປະຈຳປີ 2021 ແລະ 2022 ຂອງຂະແໜງ ການເຕັກໂນໂລຊີ ແລະ ການສື່ສານ ລາຍງານພາກສ່ວນກ່ຽວຂ້ອງ; ດ້ານວຽກງານງົບປະມານ:  ສຳເລັດຂຶ້ນ ແຜນງົບປະມານ ສົກປີ 2021-2023 ສະເໜີຫາກະຊວງການເງິນ,  ໄດ້ຮັບແຜນອະນຸມັດ ຈາກກະຊວງການເງິນ ສົກປີ 2021 ເຖິງ 04 ເດືອນຕົ້ນປີ 2023 ທັງໝົດ 61,63% ຂອງແຜນການ, ປະຕິບັດ ລາຍຈ່າຍໄດ້ທັງໝົດ 90.27% ທຽບໃສ່ແຜນອະນຸມັດ; ດ້ານການ ເກັບລາຍຮັບ ວິຊາການ:  ນັບແຕ່​ປີ 2021-2022 ແລະ ປີ 2023- 06 ເດືອນ​ຕົ້ນ​ປີ ສາມາດເກັບລາຍຮັບໄດ້ທັງໝົດ 47% (ແຜນຄາດ​ຄະ​ເນ 05​ ປີ).

ໃນກອງປະຊຸມຍັງໄດ້ຮັບຟັງ ການຜ່ານບົດສໍາຫຼວດ ການນໍາພາ ລວມຂອງ ຄະນະ ໜ່ວຍພັກ ສະເໜີໂດຍ ສະຫາຍຮອງເລຂາ ໜ່ວຍພັກ ແລະ ໄດ້ມີ ການດໍາເນີນ ການທາບທາມ ຄວາມໄວ້ວາງໃຈ ຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະ ໜ່ວຍພັກ ພ້ອມທັງຮັບຟັງການ ປະກອບ ຄໍາຄິດເຫັນ ຂອງຄະນະຜູ້ແທນ ຢ່າງພາວະວິໃສ ແລະ ກົງໄປກົງມາ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ບຸນສະເຫຼີມໄຊ ເຄນນາວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊຶ່ງສະຫາຍໄດ້ສະແດງ ຄວາມ ຍ້ອງຍໍຊົມເຊີຍ ຜົນງານການປະຕິບັດ ໜ້າທີ່ການເມືອງ ໃນໄລຍະກາງ ສະໄໝທີ່ຜ່ານມາ ຂອງໜ່ວຍພັກ ພ້ອມທັງເນັ້ນໜັກ ໃຫ້ຄະນະ ໜ່ວຍພັກ ກໍຄື ສະມາຊິກພັກທັງໝົດ ເອົາໃຈໃສ່ຕໍ່ບາງດ້ານ ທີ່ຍັງຄົງ ຄ້າງ ເພື່ອຄົ້ນຄວ້າຊອກຫາວິທີ ທາງແກ້ໄຂ ໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍ. ສະຫາຍ ຍັງໄດ້ ເນັ້ນໜັກຕໍ່ຜູ້ແທນກອງປະຊຸມ ຈົ່ງສືບຕໍ່ປະຕິບັດສິດ ແລະ ໜ້າທີ່ຂອງຕົນ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າຮ່ວມຄວາມ ສາມັກຄີເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດ ພາລະກິດ ຂອງຕົນ ໃຫ້ປະສົບຜົນ ສໍາເລັດອັນຈົບງາມ.

ຂຽນໂດຍ: ພຸດດາວອນ

ຂ່າວສານທີ່ກ່ຽວຂ້ອງ