ໜ້າທໍາອິດ ການເຄື່ອນໄຫວ ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ

ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ

ໂດຍ phommasy

ໃນຕອນເຊົ້າ ວັນທີ 25 ພຶດສະພາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ເຂດສາຍລົມ) ໜ່ວຍພັກ ກົມໄປສະນີ ໄດ້ຈັດກອງປະຊຸມ ກາງສະໄໝທີ I ຂອງຕົນ  ໂດຍພາຍໃຕ້ ການເປັນປະທານຮ່ວມ ຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາ ຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ສະຫາຍ ສຸລິຍາ ຄຳບູຣາວົງ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ມີຄະນະໜ່ວຍພັກ, ສະມາຊິກ ພັກສົມບູນ ແລະ ສະມາຊິກ ພັກສຳຮອງ ພາຍໃນໜ່ວຍພັກ ເຂົ້າຮ່ວມ 19 ສະຫາຍ ຍິງ 11 ສະຫາຍ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ບົດສະຫຼຸບການ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ໃຫຍ່ຄັ້ງທີ I ກາງສະໄໝ 2021-2023 ແລະ ທິດທາງ ແຜນການຈຸດສຸມ ຂອງທ້າຍສະໄໝ 2023-2025 ຂອງໜ່ວຍພັກ, ບົດສໍາຫຼວດ ການນໍາພາ ລວມຂອງ ຄະນະໜ່ວຍພັກ ຊຶ່ງລາຍງານໂດຍ ສະຫາຍ ສຸລິຍາ ຄຳບູຣາວົງ. ພ້ອມນັ້ນ, ກອງປະຊຸມ ກໍໄດ້ເຫັນດີ ເປັນເອກະພາບ ຮັບຮອງເອົາ ບົດສະຫຼຸບ ການຈັດຕັ້ງປະຕິບັດ ມະຕິກອງ ປະຊຸມໃຫຍ່ຄັ້ງທີ I ໄລຍະກາງສະໄໝ ແລະ ທິດທາງແຜນການ ຈຸດສຸມທ້າຍສະໄໝ ຂອງໜ່ວຍພັກ ກົມໄປສະນີ. ຫຼັງຈາກນັ້ນ, ກໍໄດ້ຜ່ານບົດສໍາຫຼວດ ບຸກຄົນໃນ ຄະນະໜ່ວຍພັກ ແລະ ພ້ອມກັນໃຊ້ສິດ ປະຊາທິປະໄຕ ປ່ອນບັດ ທາບທາມ ຄວາມໄວ້ວາງໃຈ ຕໍ່ການນໍາພາລວມ, ບຸກຄົນ ໃນຄະນະໜ່ວຍພັກ ຢ່າງຖືກຕ້ອງ.

ໃນຕອນທ້າຍ ຂອງກອງປະຊຸມ ຍັງໄດ້ຮັບຟັງການ ໂອ້ລົມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຊຶ່ງສະຫາຍ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ຜົນງານ ການປະຕິບັດໜ້າທີ່ ການເມືອງໃນ ໄລຍະກາງສະໄໝ ທີ່ຜ່ານມາ ຂອງໜ່ວຍພັກ ພ້ອມທັງເນັ້ນໜັກ ໃຫ້ຄະນະໜ່ວຍພັກ ກໍຄື ສະມາຊິກພັກທັງໝົດ ເອົາໃຈໃສ່ຕໍ່ບາງດ້ານ ທີ່ຍັງຄົງຄ້າງ ເພື່ອຄົ້ນຄວ້າ ຊອກຫາວິທີ ທາງແກ້ໄຂ ໃຫ້ໄດ້ຮັບ ຜົນສຳເລັດ ຕາມລະດັບຄາດໝາຍ ແລະ ສືບຕໍ່ປະຕິບັດ ສິດ ແລະ ໜ້າທີ່ຂອງຕົນ, ສຸມສະຕິປັນຍາ, ເຫື່ອແຮງ ແລະ ເຕົ້າໂຮມ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ເພື່ອປະຕິບັດ ພາລະກິດ ຂອງຕົນ ໃຫ້ປະສົບຜົນ ສຳເລັດອັນຈົບງາມ.

ຂ່າວສານທີ່ກ່ຽວຂ້ອງ