ການເຄື່ອນໄຫວ ສໍາມະນາລະດັບລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນ ກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໂດຍ phommasy 02/06/2023 02/06/2023 18 ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank, ປະເທດ ສິງກະໂປ ຈັດກອງປະຊຸມສໍາມະນາ ລະດັບ ລັດຖະມົນຕີ ວ່າດ້ວຍ ການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໃນວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດ ເຂົ້າຮ່ວມຂອງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານ ລັດຖະມົນຕີ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ບັນດາ ຮອງລັດຖະມົນຕີ, ຫົວໜ້າກົມ, ສະຖາບັນ, ຫ້ອງການ, ປະທານ ບໍລິສັດ Meta Bank ພ້ອມດ້ວຍ ຄະນະ ຜູ້ບໍລິຫານງານ ແລະ ບັນດາແຂກ ທີ່ຖືກເຊີນເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ສຳມະນາຄັ້ງນີ້ ແມ່ນເພື່ອສົ່ງເສີມ ການຫັນເປັນ ດິຈິຕ໋ອນຂອງ ສປປ ລາວ, ພັດທະນາ ເສດຖະກິດ ດິຈິຕ໋ອນ ບົນພື້ນຖານ ການນຳໃຊ້ ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບ ໃນການຜັນຂະຫຍາຍ ຈັດຕັ້ງປະຕິບັດ ວິໄສທັດ ການພັດທະນາ ເສດຖະກິດ ດິຈິຕ໋ອນ ແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດ ການພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030), ແຜນພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ ໃນການສ້າງ ເສດຖະກິດດິຈິຕ໋ອນ. ເມື່ອບໍ່ດົນມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ Meta Bank ລົງນາມ ສັນຍາຮ່ວມມື ວ່າດ້ວຍ ການສົ່ງເສີມການ ຫັນເປັນດິຈິຕ໋ອນ ແລະ ພັດທະນາພື້ນຖານ ໂຄງລ່າງເຕັກໂນໂລຊີ ກຸ່ມຂໍ້ມູນ ຜູກພັນແຫ່ງຊາດ (Lao National Blockchain Infrastructure) ເພື່ອສຸມໃສ່ການ ພັດທະນາ ພື້ນຖານໂຄງລ່າງ ເຕັກໂນ ໂລຊີບລ໋ອກເຊນ ແຫ່ງຊາດ ຮອງຮັບການຫັນ ເປັນດິຈິຕ໋ອນ ຂອງແຕ່ລະ ຂະແໜງການ, ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາ ເຕັກໂນໂລ ຊີບລ໋ອກເຊນ ແລະ ສ້າງຕັ້ງກອງທຶນ ການສຶກສາ ການຫັນເປັນດິຈິຕ໋ອນ ເພື່ອຊຸກຍູ້ສົ່ງເສີມ ວຽກງານ ການພັດທະນາ ຊັບພະຍາກອນ ມະນຸດດ້ານດິຈິຕ໋ອນ ໃນ ສປປ ລາວ ແນໃສ່ປະກອບ ສ່ວນເຂົ້າໃນການ ຈັດຕັ້ງຜັນຂະຫຍາຍ ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ ດິຈິຕ໋ອນແຫ່ງຊາດ ແລະ ເຮັດໃຫ້ການ ພັດທະນາເສດ ຖະກິດດິຈິຕ໋ອນ ສາມາດສ້າງລາຍຮັບ ປະກອບເຂົ້າ GDP ຂອງປະເທດເພີ່ມຂຶ້ນ ເທື່ອລະກ້າວ, ປະກອບສ່ວນ ເຂົ້າໃນການຈັດຕັ້ງ ປະຕິບັດວາລະ ແຫ່ງຊາດ ຂອງລັດຖະບານ ໃນການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ມີ ສະພາບດີຂຶ້ນ ແລະ ທັງເປັນການຊຸກຍູ້ໃຫ້ ສປປ ລາວ ກ້າວສູ່ ເຕັກໂນໂລຊີ Web 3.0 ແລະ ກຸ່ມຂໍ້ມູນຜູກພັນ 4.0 ແລະ ອຸດສະຫະກຳ 4.0 ຢ່າງວ່ອງໄວ. ໃນກອງປະຊຸມສຳມະນາ, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີ ບົດຮຽນ ຈາກຊ່ຽວຊານ ລະດັບສາກົນ ຈາກຫຼາຍປະເທດ ເຊັ່ນ: ການນຳສະ ເໜີກ່ຽວກັບ ຄວາມສີວິໄລ ໃນຍຸກດິຈິຕ໋ອນ (Digital Civilization) ໂດຍ ທ່ານ ສາດສະດາຈານ Bill Roscoe, ຈາກມະຫາ ວິທະຍາໄລ Oxford, ປະເທດອັງກິດ; ນໍາສະເໜີກ່ຽວກັບ ການຫັນເປັນດິຈິຕ໋ອນ ເພື່ອພັດທະນາປະເທດຊາດ (Digital Nation) ໂດຍ ທ່ານ Zhu Jiawei, ນັກຊ່ຽວຊານ ດ້ານລະບົບ ກຸ່ມຂໍ້ມູນຜູກພັນ (Blockchain) ຂອງ ສປ ຈີນ; ກ່ຽວກັບ ເສດຖະກິດດິຈິຕ໋ອນ (Digital Economy) ໂດຍ ທ່ານ Frank Sui, Founder, ປະທານບໍລິສັດ Meta Bank ແລະ ສະເໜີ ກ່ຽວກັບ ການຫັນເປັນ ດິຈິຕ໋ອນຂອງ ສປປ ລາວ (Digital Transformation in Lao PDR) ໂດຍ ທ່ານ ນ. Zhang Li, ຄູ່ຮ່ວມງານຜູ້ກໍ່ຕັ້ງ D11 Labs. ໂອກາດອັນສະຫງ່າລາສີຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະຜ່ານມາ ພັກ ແລະ ລັດ ໄດ້ນຳພາ-ຊີ້ນຳ ບັນດາຂະແໜງການໃນທຸກຂັ້ນ ເພື່ອສົ່ງເສີມການຄົ້ນຄວ້າ, ການພັດທະນາ ແລະ ການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຕາມແນວທາງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຊຶ່ງເປັນບາດກ້າວລິເລີ່ມໃນການເຂົ້າສູ່ການຫັນເປັນດິຈິຕ໋ອນຂອງປະເທດ. ບົນພື້ນຖານນັ້ນ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນໄດ້ຜັນຂະຫຍາຍ ແລະ ປະຕິບັດນະໂຍບາຍຈຳນວນໜຶ່ງ ເພື່ອຊຸກຍູ້ການພັດທະນາ ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງໂທລະຄົມມະນາຄົມ ກໍໄດ້ຮັບການພັດທະນາ ແລະ ຂະຫຍາຍກວ້າງໃນຂອບເຂດທົ່ວປະເທດ, ເຕັກໂນໂລຊີດິຈິຕ໋ອນ ໄດ້ຖືກນຳໃຊ້ຢູ່ໃນບັນດາຂະແໜງອຸດສາຫະກຳ ແລະ ການບໍລິການ, ຂະແໜງກະສິກຳ, ການສຶກສາ ແລະ ສາທາລະນະສຸກ ເຊິ່ງໄດ້ສ້າງວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ບັນດາກະຊວງ, ອົງການຂັ້ນສູນກາງຈຳນວນໜຶ່ງ ກໍໄດ້ນຳໃຊ້ເຕັກໂນໂລຊີດິຈິຕ໋ອນໃນການຄຸ້ມຄອງບໍລິຫານ ແລະ ບໍລິການແບບເອເລັກໂຕຣນິກ ພາຍໃຕ້ການຫັນເປັນທັນສະໄໝຢູ່ປະເທດເຮົາ. ທ່ານກ່າວຕື່ມ ວ່າ: ພວກເຮົາຈະຕ້ອງພ້ອມກັນຕັດສິນໃຈ ດຳເນີນພາລະກຳປະຫວັດສາດທີ່ສຳຄັນດັ່ງກ່າວເພື່ອພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຕາມແນວທາງຂອງພັກເຮົາວາງໄວ້. ຢາກເຮັດໄດ້ຄືແນວນັ້ນ, ກ່ອນອື່ນໝົດຄະນະພັກ-ຄະນະນຳ ແລະ ອົງການປົກຄອງທຸກຂັ້ນຕ້ອງນຳພາ-ຊີ້ນຳການຫັນເປັນດິຈິຕ໋ອນໃນຂົງເຂດຂອງຕົນ ໃຫ້ປະສົບຜົນສຳເລັດເປັນຢ່າງດີ; ສະພາແຫ່ງຊາດ ເປັນເຈົ້າການສ້າງ ແລະ ປັບປຸງບັນດານິຕິກຳຕິດພັນກັບການພັດທະນາເສດຖະກິດດິຈິຕ໋ອນ ພ້ອມທັງຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍຂອງ ສປປ ລາວ. ລັດຖະບານເປັນເຈົ້າການໃນການຄົ້ນຄວ້າ ຜັນຂະຫຍາຍແຜນຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນໃຫ້ເປັນນິຕິກຳ, ເປັນແຜນພັດທະນາ, ໂຄງການ ແລະ ຈັດຕັ້ງປະຕິບັດຕາມຄວາມເໝາະສົມ ແນໃສ່ຊຸກຍູ້ສົ່ງເສີມການຂະຫຍາຍຕົວເສດຖະກິດດິຈິຕ໋ອນຂອງປະເທດເຮົາ ໃຫ້ມີຄວາມວ່ອງໄວທັນກັບສະພາບການໃໝ່. ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຕ້ອງໄດ້ເອົາໃຈໃສ່ໂຄສະນາຂົນຂວາຍ ແລະ ປຸກລະດົມມະຫາຊົນໃຫ້ເຂົ້າຮ່ວມຢ່າງກວ້າງຂວາງ, ແຂງແຮງ ແລະ ຟົດຟື້ນ. ຄະນະໂຄສະນາອົບຮົມສົມທົບກັບບັນດາອົງການຈັດຕັ້ງກ່ຽວຂ້ອງ ຈັດຕັ້ງເຜີຍແຜ່ ແລະ ຄົ້ນຄວ້າເຊື່ອມຊຶມ”`ເພື່ອຫັນປ່ຽນຈິນຕະກາການໃຫ້ແກ່ຄະນະພັກ-ຄະນະນຳ ແລະ ອຳນາດການປົກຄອງທຸກຂັ້ນ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ນັກທຸລະກິດ-ຜູ້ປະກອບການໃຫ້ທົ່ວເຖິງ ແລະ ເລິກເຊິ່ງເພື່ອໃຫ້ທົ່ວສັງຄົມປະກອບສ່ວນຢ່າງຕັ້ງໜ້າເຂົາໃນຂະບວນການຫັນເປັນດິຈິຕ໋ອນຂອງປະເທດເຮົາ. ໃນກອງປະຊຸມສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມຍັງ ໄດ້ພ້ອມກັນຄົ້ນຄວ້າ ລົງເລິກ ແລະ ແລກປ່ຽນ ຄຳຄິດຄຳເຫັນ ເພື່ອຊອກຫາແນວທາງ ຊຸກຍູ້ ແລະ ເລັ່ງລັດການພັດທະນາ ເສດຖະກິດດິ ຈິຕ໋ອນຂອງ ປະເທດເຮົາ ໃຫ້ບັນລຸຜົນສຳເລັດ ຕາມລະດັບຄາດໝາຍ. ພ້ອມທັງ ຄົ້ນຄວ້າ ສ້າງເງື່ອນໄຂ ອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມື ພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກ ເພື່ອຮ່ວມມືກັນ ໃນການສ້າງກຸ່ມຂໍ້ມູນຜູກພັນ 4.0 (Blockchain 4.0), ຜັກດັນ ແລະ ຂັບເຄື່ອນການ ພັດທະນາ ເສດຖະກິດ ດິຈິຕ໋ອນຂອງ ປະເທດເຮົາ ຢ່າງຍືນຍົງ ແລະ ໝັ້ນຄົງ. ສຳມະນາ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud... 10/10/2023 ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ... 12/06/2023 ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023