ການເຄື່ອນໄຫວ ສຳມະນາສົ່ງເສີມທຸລະກິດໃໝ່ ຂະໜາດນ້ອຍ ແລະ ຂະໜາດກາງ ໂດຍການນຳໃຊ້ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ໂດຍ phommasy 02/06/2023 02/06/2023 43 ວັນທີ 27 ເມສາ 2023, ກົມເຕັກໂນໂລຊີ ດິຈິຕ໋ອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ຮ່ວມກັບ ກະຊວງ ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ ຈັດກອງປະຊຸມສໍາມະນາໃນຫົວຂໍ້: “ສົ່ງເສີມຫົວໜ່ວຍ ທຸລະກິດໃໝ່ຂະໜາດນ້ອຍ, ກາງ ໂດຍປະຍຸກໃຊ້ເຕັກໂນໂລຊີິດິຈິຕ໋ອນ ເຂົ້າໃນການສ້າງ ເສດຖະກິດ ດິຈິຕ໋ອນ ຂອງ ສປປ ລາວ” ທີ່ໂຮງແຮມ ຄິວບີສ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ແກ້ວນະຄອນ ໄຊສຸລຽນ, ຫົວໜ້າກົມເຕັກໂນໂລຊີ ດິຈິຕ໋ອນ, ມີຄະນະ ຜູ້ແທນຈາກ ສະມາຄົມສົ່ງເສີມສວນອຸທິຍານເຕັກໂນໂລຊີ ສ. ເກົາຫຼີ (KTPA), ຜູ້ເຂົ້າຮ່ວມຈາກ ກົມ, ສະຖາບັນ, ສູນ ພາຍໃນ ກຕສ, ກະຊວງ ອ້ອມຂ້າງ, ບັນດາພາກສ່ວນບໍລິສັດ, ຫົວໜ່ວຍ ທຸລະກິດ ສະຕາດອັບ, ອາຈານ ແລະ ນັກສຶກສາຈາກພາກວິຊາໄອທີ (ຄວສ) ທັງໝົດຈຳນວນ 70 ກວ່າທ່ານ. ຈຸດປະສົງຂອງການຈັດ ກອງປະຊຸມສໍາມະນາ ໃນຄັ້ງນີ້, ກໍເພື່ອ ປຶກສາຫາລື, ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ແລະ ການນໍາໃຊ້ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງ ເສດຖະກິດ ດິຈິຕ໋ອນຂອງ ສປປ ລາວ ແລະ ທິດທາງການເຂົ້າເຖິງ ທຸລະກິດຢູ່ ສ.ເກົາຫຼີ. ພ້ອມດຽວກັນນັ້ນ, ເປັນໂອກາດ ທີ່ມີຄວາມໝາຍ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມ ຈາກພາກສ່ວນຕ່າງໆ ໄດ້ເຂົ້າໃຈຕື່ມອີກ ກ່ຽວກັບ ການສົ່ງເສີມວຽກງານ ເຕັກໂນໂລຊີດິຈິຕ໋ອນ ຢູ່ ສປປ ລາວ ໄດ້ມີການແລກປ່ຽນ ສົນທະນາປຶກສາຫາລື ກັບຜູ້ຊ່ຽວຊານ ກ່ຽວກັບ ເຕັກນິກ ຫຼື ປະສົບການຂອງ ສ.ເກົາຫຼີ ເພື່ອເປັນແນວທາງ ຫຼື ແນວຄວາມຄິດ ໃນການພັດທະນາອົງກອນ ແລະ ທັງເປັນການຊຸກຍູ້ ສົ່ງເສີມບັນດາ ຫົວໜ່ວຍທຸລະກິດໃໝ່, ທຸລະກິດຂະໜາດນ້ອຍ ແລະ ກາງ ໃນການປະຍຸກໃຊ້ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການສ້າງ ເສດຖະກິດ ດິຈິຕ໋ອນ ຂອງ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ແກ້ວນະຄອນ ໄຊສຸລຽນ ໄດ້ກ່າວວ່າ: ດັ່ງທີ່ພວກເຮົາ ຮັບຮູ້ນຳກັນແລ້ວວ່າ ປັດຈຸບັນໂລກຂອງພວກເຮົາ ພວມກ້າວເຂົ້າສູ່ ຍຸກສະໄໝແຫ່ງການ ປະຕິວັດອຸດສາຫະກຳ ຄັ້ງທີ 4 ຫຼື ພວກເຮົາເຄຍເອີ້ນຫຍໍ້ ນຳກັນວ່າ ຍຸກອຸດສາຫະກຳ 4.0. ການປະຕິວັດ ອຸດສາຫະກຳຄັ້ງນີ້ ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງ ພັດຜ່ານໂລກ ຊຶ່ງບໍ່ມີປະເທດໃດ ຈະສາມາດ ຫຼີກລ່ຽງໄດ້ ໃນນັ້ນນັບທັງ ສປປ ລາວ ຂອງພວກເຮົາ ກໍພວມ ປະເຊີນໜ້າ ກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງ ຂອງອຸດສາຫະກຳ 4.0 ດັ່ງກ່າວ ຊຶ່ງເປັນຍຸກແຫ່ງ ການນຳໃຊ້ ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການເຄື່ອນໄຫວ ວຽກງານຕ່າງໆ ຂອງ ທຸກຂະແໜງ ການທັງພາກລັດ ແລະ ເອກະຊົນ ລວມທັງການຄ້າຂາຍ ແລະ ການຕິດຕໍ່ສື່ສານ ໃນຊີວິດປະຈຳວັນ ເປັນຕົ້ນ: ການຄ້າ ເອເລັກໂຕຣນິກ (E-Commerce), ການຮຽນທາງເອເລັກໂຕຣນິກ (E-Learning), ການປະຊຸມອອນລາຍ (Online meeting), ການຂົນສົ່ງ (Logistic), ການຊຳລະຕ່າງໆ ເປັນຍຸກແຫ່ງ ການເຊື່ອມໂຍງ ສັບພະສິ່ງຕ່າງໆ ດ້ວຍເຕັກໂນໂລຊີດິຈິຕ໋ອນ ແລະ ອິນເຕີເນັດ ຫຼື ເອີ້ນວ່າ ອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງ ຂໍ້ມູນມະຫາສານ (Big Data), Block chain, ປັນຍາປະດິດ (AI), ຫຸ່ນຍົນ ແລະ ອື່ນໆອີກດ້ວຍ. ຍ້ອນເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງ ເຕັກໂນໂລຊີດິຈິຕ໋ອນ ພັກ-ລັດຖະບານ ຈຶ່ງມີມະຕິ ເຫັນດີ ຮັບຮອງເອົາ ແຜນພັດທະນາເສດ ຖະກິດດິຈິຕ໋ອນ 5 ປີ ຂອງ ສປປ ລາວ (2021-2025) ເພື່ອເປັນທິດທາງ ໃນການຫັນ ປະເທດເປັນທັນສະໄໝ. ພາຍໃນກອງປະຊຸມສໍາມະນາ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການນໍາສະເໜີ ກ່ຽວກັບ ໂຄງການສ້າງສວນ ອຸທິຍານດິຈິຕ໋ອນ ແລະ ລາຍງານຜົນສຳ ເລັດການຈັດຕັ້ງ ປະຕິບັດໂຄງການປີ 2022 ທີ່ຜ່ານມາ, ການນຳສະເໜີ ກ່ຽວກັບ ເຕັກໂນໂລຊີກຸ່ມຂໍ້ຜູກພັນ (Block chain), ລະບົບນິເວດ ຂອງທຸລະກິດ ລິເລີ່ມ (start up) ແລະ ກໍລະນີຕົວຢ່າງໃນ ສ. ເກົາຫຼີ ແລະ ທິດທາງແຜນການ ເຂົ້າເຖິງ ທຸລະກິດຢູ່ ສ.ເກົາຫຼີ. ນອກຈາກນີ້, ຜູ້ເຂົ້າຮ່ວມໄດ້ມີ ການສົນທະນາ ແລກປ່ຽນຄໍາຄິດຄໍາເຫັນ ຢ່າງກົງໄປກົງມາກ່ຽວກັບ ການພັດທະນາ ແລະ ການນໍາໃຊ້ ເຕັກໂນໂລຊີດິຈິຕ໋ອນ ຊຶ່ງຜູ້ເຂົ້າຮ່ວມ ສາມາດເຂົ້າໃຈ ໄດ້ຢ່າງເລິກເຊິ່ງ ກ່ຽວກັບທິດທາງ ແຜນການ ພັດທະນາເສດຖະກິດ ດິຈິຕ໋ອນຂອງ ສປປ ລາວ ແລະ ໄດ້ປຶກສາຫາລື ແລກປ່ຽນກ່ຽວກັບ ການຂະຫຍາຍ ທຸລະກິດ ສູ່ຕະຫຼາດ ຕ່າງປະເທດ ໂດຍສະເພາະຢູ່ ສ.ເກົາຫຼີ ເພື່ອເປັນແນວທາງ ຫຼື ແນວຄວາມຄິດ ການຮ່ວມໃນ ອະນາຄົດ. ຂ່າວໂດຍ: ກົມເຕັກໂນໂລຊີດິຈິຕ໋ອນ ສຳມະນາ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud... 10/10/2023 ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ... 12/06/2023 ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023