ໜ້າທໍາອິດ ການເຄື່ອນໄຫວ ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ

ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ

ໂດຍ phommasy

ໃນຕອນເຊົ້າຂອງວັນທີ 29 ພຶດສະພາ 2023, ທີ່ສູນອິນເຕີເນັດ ແຫ່ງຊາດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດ ກອງປະຊຸມ ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ (Celebration of the Universal Acceptance (UA) Day) ພາຍໃຕ້ກິດຈະກຳ ຂອງ ຄະນະກຳມະການ ຂັບເຄື່ອນ ການຍອມຮັບ ລະຫັດຊື່ ອິນເຕີເນັດທຸກພາສາ (ຫຼື Universal Acceptance Steering Group, UASG) ຮ່ວມກັບ ອົງການຄຸ້ມຄອງ ຊັບພະຍາກອນ ອິນເຕີເນັດ ສາກົນ (ICANN) ໂດຍການເປັນປະທານ ກ່າວເປີດຂອງ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດ ແຫ່ງຊາດ, ຊຶ່ງມີຊ່ຽວຊານ ຜູ້ຕາງໜ້າຈາກ ອົງການ ICANN, ບັນດາທ່ານ ຕາງໜ້າຈາກ ບັນດາກົມ, ສະຖາບັນ, ທະນາຄານ ແລະ ບໍລິສັດ ທີ່ກ່ຽວຂ້ອງກັບ ວຽກງານລະຫັດ ຊື່ອິນເຕີເນັດ, ການຄຸ້ມຄອງ ຊັບພະຍາກອນ ອິນເຕີເນັດ ແລະ ລະບົບເຕັກນິກ ເນັດເວີກ ພາຍໃນ ສປປ ລາວ ຫຼາຍກວ່າ 60 ທ່ານ.

Universal Acceptance (UA) ຫຼື ການຍອມຮັບໃນສາກົນ, ແມ່ນເງື່ອນໄຂ ພື້ນຖານທີ່ສຸດ ເພື່ອຈະກ້າວໄປສູ່ ຫຼັກການອິນເຕີເນັດ ແບບສາກົນ ແລະ ຮອງຮັບທຸກພາສາ. ໃນສະຖິຕິປັດຈຸບັນ, ມີຜູ້ໃຊ້ອິນເຕີເນັດ ປະມານ 5 ຕື້ຄົນ ໃນທົ່ວໂລກ ແລະ ຍັງມີການຄາດຄະເນ ຈະມີການເພີ່ມຂຶ້ນ ຢ່າງໜ້ອຍ 1 ຕື້ຄົນ ທີ່ຈະເຊື່ອມຕໍ່ເຂົ້າ ລະບົບອອນລາຍ. ໃນບັນດາ ຜູ້ຊົມໃຊ້ໃໝ່ນີ້, ສ່ວນໃຫຍ່ ແມ່ນນຳໃຊ້ພາສາອື່ນໆ ທີ່ບໍ່ແມ່ນພາສາອັງກິດ ໃນການປາກເວົ້າ ແລະ ຂີດຂຽນ. ສະນັ້ນ, ການເຮັດໃຫ້ຫຼັກການ UA ສຳເລັດແມ່ນ ຈະຮັບປະກັນ ໃຫ້ທຸກໆຄົນ ມີຄວາມອາດສາມາດ ນຳໃຊ້ ແລະ ຮັບຮູ້ເຖິງ ຜົນປະໂຫຍດສູງສຸດ ຂອງການນຳໃຊ້ ອິນເຕີເນັດ ໃນການພັດທະນາ ເສດຖະກິດ ແລະ ສັງຄົມ ໂດຍຜ່ານການນຳໃຊ້ ລະຫັດຊື່ອິນເຕີເນັດ ແລະ ລະຫັດຊື່ອີເມວ ພາສາຕ່າງໆ ທີ່ເໝາະສົມກັບ ວັດທະນະທຳ, ທຸລະກິດ, ພາສາ ແລະ ຕົວອັກສອນ ຂອງຕົນເອງ.

ລະບົບລະຫັດຊື່ ອິນເຕີເນັດ ຫຼື Domain Name System (DNS) ແມ່ນມີການຂະຫຍາຍຕົວ ຢ່າງຫຼວງຫຼາຍ ແລະ ໄວວາ ໃນໄລຍະຜ່ານມາ ໂດຍສະເພາະ ຫຼັງຈາກເປີດນຳໃຊ້ ລະຫັດຊື່ ອິນເຕີເນັດສູງສູດ ທົ່ວໄປແບບໃໝ່ ຫຼື new generic top-level domains, ເປັນຕົ້ນ: ລະຫັດຊື່ ອິນເຕີເນັດ ພາສາທ້ອງຖິ່ນ ຫຼື Internationalized Domain Names (IDNs) ແລະ ລະຫັດຊື່ ອິນເຕີເນັດ ສູງສຸດແຫ່ງຊາດ ຫຼື country code top-level domains (ccTLDs). ໃນວຽກງານ ດຽວກັນນີ້, ສປປ ລາວ ກໍມີ ລະຫັດຊື່ ອິນເຕີເນັດສູງສຸດ ແຫ່ງຊາດ .LA ນັບຕັ້ງແຕ່ກາງຊຸມປີ 1990 ແລະ ໄດ້ຮັບການໂອນຍ້າຍ ລະບົບຄຸ້ມຄອງມາຢູ່ນຳ ສູນອິນເຕີເນັດແຫ່ງຊາດ ນັບແຕ່ປີ 2016 ເປັນຕົ້ນມາ. ພ້ອມນັ້ນ ກໍໄດ້ສຳເລັດ ການເປີດນຳໃຊ້ ລະຫັດຊື່ ອິນເຕີເນັດ ພາສາທ້ອງຖິ່ນ .ລາວ ໃນປີ 2020 ແລະ ໃນປີດຽວກັນ ສູນອິນເຕີເນັດ ແຫ່ງຊາດ ໄດ້ເປັນເຈົ້າການ ໃນການເຮັດຄົ້ນຄວ້າ ຮ່ວມກັບ ກຸ່ມບັນດາ ປະເທດອາຊຽນ ກ່ຽວກັບສະພາບ ການນຳໃຊ້ ແລະ ການສົ່ງເສີມ ລະຫັດຊື່ ອິນເຕີເນັດ ພາສາທ້ອງຖິ່ນ ແລະ ການຍອມຮັບໃນສາກົນ.

ໃນການສະເຫຼີມສະຫຼອງວັນ UA Day ສາກົນ, ສູນອິນເຕີເນັດ ແຫ່ງຊາດ ໄດ້ຈັດງານດັ່ງກ່າວນີ້ ເພື່ອຮ່ວມສ້າງ ຈິດສຳນຶກ ແລະ ສົ່ງເສີມ ການນຳໃຊ້ ລະຫັດຊື່ ອິນເຕີເນັດ ແຫ່ງຊາດ .LA ແລະ ພາສາທ້ອງຖິ່ນ .ລາວ, ຊຶ່ງໄດ້ຮັບກຽດ ບັນຍາຍໂດຍ ທ່ານ ນ. ຢຽນ ຊິນ ຕັນ, ຜູ້ຮັບຜິດຊອບ ພົວພັນອົງການຈັດຕັ້ງ ຄຸ້ມຄອງລະຫັດຊື່ ອິນເຕີເນັດ ປະຈຳອົງການ ICANN ໃນຂົງເຂດ ອາຊີປາຊີຟິກ (Ms. Yien-Chyn Tan, ICANN’s Asia-Pacific Stakeholder Engagement Manager), ຜ່ານລະບົບ ກອງປະຊຸມ ທາງໄກ. ຫຼັງຈາກນັ້ນ, ກໍໄດ້ຈັດ ຊຸດຝຶກອົບຮົມ ການນຳໃຊ້ ລະຫັດຊື່ ອີເມວ ພາສາທ້ອງຖິ່ນ ຫຼື Email Address Internationalization (EAI), ໂດຍແມ່ນ ທ່ານ ນ. ພິທິນັນ ຄູອະມອນພັດທະນາ, ຜູ້ຮັບຜິດຊອບ ໂຄງການ ລະຫັດຊື່ ອິນເຕີເນັດ ພາສາທ້ອງຖິ່ນ ຂອງ ICANN (Ms. Pitinan Kooarmornpatana, ICANN’s IDN Programs Senior Manager) ເປັນຜູ້ດຳເນີນ ໃນຫ້ອງປະຊຸມ. ຜູ້ເຂົ້າຮ່ວມຝຶກອົບຮົມນີ້ ແມ່ນຈະມີຕາງໜ້າ ຈາກນາຍທະບຽນ ແລະ ພະນັກງານ ເຕັກນິກ ທີ່ເຮັດວຽກ ກ່ຽວຂ້ອງກັບ ການຄຸ້ມຄອງ ລະບົບອີເມວ ຂອງອົງການຈັດຕັ້ງຕ່າງໆ.

ຂ່າວໂດຍ: ສູນອິນເຕີເນັດ ແຫ່ງຊາດ

ຂ່າວສານທີ່ກ່ຽວຂ້ອງ