ການເຄື່ອນໄຫວ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍ phommasy 02/06/2023 02/06/2023 19 ໃນຕອນແລງຂອງວັນທີ 29 ພຶດສະພາ 2023, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ເຈິ່ນ ຮົ່ງ ຮ່າ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ, ເນື່ອງໃນໂອກາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-31 ພຶດສະພາ 2023 ນີ້. ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ ທ່ານ ເຈິ່ນ ຮົ່ງ ຮ່າ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງລາຍງານ ຈຸດປະສົງ ຂອງການເຂົ້າຢ້ຽມ ຂໍ່ານັບ ແລະ ຜົນສໍາເລັດ ຂອງການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ກໍຄື ການຮ່ວມເຮັດວຽກກັບ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໃນຄັ້ງນີ້. ທ່ານຍັງຕີລາຄາສູງ ຕໍ່ໄມຕີຈິດມິດຕະພາບ ການຮ່ວມມືລະຫວ່າງ ສອງຝ່າຍ ລາວ-ຫວຽດນາມ ເປັນປະເທດເພື່ອມິດ ຍຸດທະສາດ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຊຶ່ງໄດ້ມີການເພີ່ມພູນ ຄູນສ້າງຮ່ວມກັນມາ. ໂອກາດນີ້, ທ່ານ ເຈິ່ນ ຮົ່ງ ຮ່າ ໄດ້ກ່າວສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຂອງ ຄະນະຜູ້ແທນລາວ ຊຶ່ງເປັນການຮັດແໜ້ນ ສາຍພົວພັນ ມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ທັງເປັນການຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບການ ເສີມຂະຫຍາຍ ແລະ ສືບຕໍ່ໃຫ້ການ ສະໜັບສະໜູນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ. ວຽກຮ່ວມມື 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud... 10/10/2023 ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ... 12/06/2023 ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023