ໜ້າທໍາອິດ ການເຄື່ອນໄຫວ ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ

ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍ phommasy

ໂດຍອີງຕາມການເຊື້ອເຊີນຂອງ ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງ ເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-31 ພຶດສະພາ 2023, ໂດຍໄດ້ຮັບການ ຕ້ອນຮັບ ອັນອົບອຸ່ນຈາກ ທ່ານ ບັນດິດ ສຈ. ເຈົ່າ ວັນ ມິ່ງ, ກໍາມະການສູນກາງພັກ ຄອມມູນິດຫວຽດນາມ, ປະທານ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ.

ໃນໂອກາດນີ້ ກໍໄດ້ມີກອງປະຊຸມ ພົບປະສອງຝ່າຍ ຄັ້ງທີ 2 ລະຫວ່າງ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ຂຶ້ນໃນຕອນບ່າຍ ຂອງໃນວັນທີ 28 ພຶດສະພາ 2023, ໂດຍການເປັນປະທານ ຮ່ວມຂອງ ປະທານສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ຊຶ່ງມີຄະນະ ຜູ້ແທນທັງສອງ ຝ່າຍເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ ແທນໄດ້ຮັບຟັງ ການລາຍງານສະພາບ ການຜັນຂະຫຍາຍ ການຮ່ວມມື ໃນໄລຍະຜ່ານມາ ຂອງສອງຝ່າຍ ພ້ອມທັງປຶກສາຫາລື ການຮ່ວມ ມືໃນອະນາຄົດ ໃນທ່າມກາງບັນຍາກາດ ແຫ່ງຄວາມສາມັກຄີ ມິດຕະພາບ, ບົນຈິດໃຈຮັບຜິດຊອບສູງ ແລະ ຮ່ວມກັນພັດ ທະນາໃນຍຸກດິຈິຕອນ ໂດຍໄດ້ເປັນເອກະພາບ ຄື: ສອງຝ່າຍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນການ ຮ່ວມມື ລະຫວ່າງ ໜ່ວຍງານ ທີ່ຂຶ້ນກັບ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ; ເຫັນດີຊຸກຍູ້ ໃຫ້ສໍາເລັດ ຮ່າງບົດໂຄງການ “ກໍ່ສ້າງສູນຂໍ້ມູນ ແລະ ການສື່ສານ ທາງໄພພິບັດ (ແຜ່ນດິນໄຫວ) ໃຫ້ແກ່ ສປປ ລາວ” ເພື່ອລາຍງານ ຕໍ່ລັດຖະບານ ຂອງສອງປະເທດ ໃນກອງປະຊຸມ ຄັ້ງທີ 46 ຂອງ ຄະນະກໍາມະການ ຮ່ວມມືທະວີພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໃນປີ 2024; ຝ່າຍ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການພັດທະນາ ຊັບພະຍາກອນມະນຸດ ດ້ານເຕັກໂນໂລຊີ ທີ່ມີຄຸນນະພາບ ສູງໃນຮູບແບບ ການຝຶກອົບຮົມ (ໄລຍະສັ້ນ ແລະ ໄລຍະຍາວ); ແລກປ່ຽນວິຊາການ, ນັກວິທະຍາສາດ ແລະ ພະນັກງານ ນັກຄົ້ນຄວ້າ; ແລກປ່ຽນ ແລະ ຮ່ວມມື ດ້ານການຈັດເກັບຂໍ້ມູນ ແລະ ລະບົບຄລາວ, ແນໃສ່ການກໍ່ສ້າງ ໂຄງການ ສູນຈັດເກັບຂໍ້ມູນ ແລະ ລະບົບຄລາວ ແຫ່ງຊາດ ຢູ່ ສປປ ລາວ ແລະ ການຮ່ວມມື ດ້ານອື່ນໆ ທີ່ສອງຝ່າຍ ໃຫ້ຄວາມສົນໃຈ.

ຕອນທ້າຍຂອງກອງປະຊຸມ, ຄະນະປະທານ ຍັງໄດ້ຮ່ວມກັນ ລົງນາມ ໃນບົດບັນທຶກ ກອງປະຊຸມ ພົບປະຄັ້ງທີ 2 ລະຫວ່າງ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ແລະ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ, ພ້ອມດຽວກັນນັ້ນ ກໍໄດ້ມີພິທີ ລົງນາມບົດບັນທຶກ ການຮ່ວມມືສອງຝ່າຍ ຈໍານວນ 02 ສະບັບ ຄື: 1) ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີອັດສະລິຍະ ລະຫວ່າງ ສະຖາບັນຄົ້ນຄວ້າ ນໍາໃຊ້ເຕັກໂນ ໂລຊີອັດສະລິຍະ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ສະຖາບັນ ທໍລະນີຟີຊິກ, ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຊຶ່ງຕາງໜ້າຝ່າຍ ສປປ ລາວ ລົງນາມໂດຍ ທ່ານ ພົນປະສິດ ພິດສະໄໝ, ຫົວໜ້າສະຖາບັນ ຄົ້ນຄວ້ານໍາໃຊ້ ເຕັກໂນໂລ ຊີອັດສະລິຍະ ແລະ ຕາງໜ້າຝ່າຍ ສສ ຫວຽດນາມ ລົງນາມໂດຍ ທ່ານ ປອ. ຫງຽນ ຊວັນ ອານ,​ ຫົວໜ້າສະຖາບັນ ທໍລະນີຟີຊິກ; 2) ບົດບັນທຶກ ຄວາມເຂົ້າໃຈ ວ່າດ້ວຍການ ຮ່ວມມື ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ລະຫວ່າງ ສະຖາບັນ ເຕັກໂນໂລຊີການ ສື່ສານຂໍ້ມູນຂ່າວສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ,​ ສະພາບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຊຶ່ງຕາງໜ້າຝ່າຍ ສປປ ລາວ ລົງນາມໂດຍ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າ ສະຖາບັນ ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ ແລະ ຕາງໜ້າຝ່າຍ ສສ ຫວຽດນາມ ລົງນາມໂດຍ ທ່ານ ຮສຈ. ດິ້ງ ທິມາຍ ແທ່ງ, ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ, ໂດຍມີຄະນະປະທານ ແລະ ຄະນະຜູ້ແທນ ຂອງທັງສອງຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມເປັນສັກຂີພິຍານ.

ບົດຂ່າວ ແລະ ຮູບພາບ: ບິນລີ້ ສີສຸລາດ

ຂ່າວສານທີ່ກ່ຽວຂ້ອງ