ການເຄື່ອນໄຫວ ຄກມດ ກຕສ ຈັດພິທີສະເຫຼີມສະຫຼອງວັນເດັກສາກົນ ໂດຍ phommasy 12/06/2023 12/06/2023 39 ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄກມດ ກຕສ) ໄດ້ຈັດພິທີສະເຫຼີມ ສະຫຼອງ ວັນເດັກສາກົນ ຕິດພັນກັບ ວັນປູກຕົ້ນໄມ້ ແຫ່ງຊາດ (01 ມິຖຸນາ) ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2023, ທີ່ສະຖານີ ບໍລິສັດ ດາວທຽມລາວ-ເອເຊຍປາຊີຟິກ (ເຂດຫລັກ 14) ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ, ປະທານຄະນະກໍາມາທິການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ, ແມ່ ແລະ ເດັກ ກຕສ, ຊຶ່ງມີ ຮອງປະທານ ພ້ອມດ້ວຍຄະນະ ຄກມດ ກຕສ, ມີຄະນະຫ້ອງການ, ກົມ, ສູນ, ສະຖາບັນ, ອົງການ ແລະ ຄະນະອໍານວຍການ ບໍລິສັດ ດ້ານໂທລະຄົມ, ໄປສະນີ ພ້ອມດ້ວຍລູກຫຼານຂອງພະນັກງານ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 150 ກວ່າຄົນ. ໃນພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄັ້ງນີ້ ໄດ້ມີກິດຈະກໍາ ຫຼາຍຢ່າງ ເພື່ອໃຫ້ຫຼານນ້ອຍ ໄດ້ສະແດງຄວາມຮູ້ ຄວາມສາມາດ ຂອງຕົນເອງ ເຊັ່ນ: ຖາມ-ຕອບ ຄວາມຮູ້ຮອບຕົວ ທາງດ້ານ ເຕັກໂນໂລຊີ ດິຈິຕ໋ອນ, ຮ້ອງເພງ, ເຕັ້ນ ແລະ ອື່ນໆ… ທັງນີ້ກໍ ເພື່ອເປັນການສົ່ງເສີມ ການມີສ່ວນຮ່ວມຂອງເດັກ ໃຫ້ມີການ ພັດທະນາ ຄຽງຄູ່ ກັບຄວາມເບີກບານມ່ວນຊື່ນ ເສີມສ້າງໃຫ້ເດັກ ມີສະຕິປັນຍາ, ຮູ້ຮັກ ແລະ ເຄົາລົບນັບຖືຜູ້ໃຫຍ່, ພໍ່ແມ່, ມີຄວາມ ສາມັກຄີກັບ ໝູ່ເພື່ອນ ແລະ ການສະແດງ ຄວາມສາມາດ ຂອງຕົນເອງ ຕໍ່ສັງຄົມ. ພ້ອມນີ້ ຜູ້ເຂົ້າຮ່ວມຍັງໄດ້ ນໍາພາເດັກນ້ອຍ ເຂົ້າຢ້ຽມຊົມ ສະຖານີ ບໍລິສັດ ດາວທຽມລາວ-ເອເຊຍປາຊີຟິກ, ຮ່ວມກັນປູກຕົ້ນໄມ້ ແລະ ເຂົ້າກາບໄຫວ້ບູຊາ ທີ່ ວັດໜອງແສງສຸວັນນະນາຄາຣາມ. ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວໃນພິທີວ່າ: ລັດຖະບານຍາມໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ຢ່າງຕັ້ງໜ້າ ໃນການຊຸກຍູ້, ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວ ໃຫ້ເຕີບໃຫຍ່ ຊຶ່ງໃນແຕ່ລະປີ ເປັນໂອກາດ ອັນດີໃຫ້ພວກເຮົາ ໄດ້ທົບທວນຄືນ ການຈັດຕັ້ງປະຕິບັດ ແນວທາງນະໂຍບາຍ ຂອງພັກ, ນິຕິກໍາຂອງລັດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ໃນແຕ່ ລະໄລຍະ ລວມທັງເປົ້າໝາຍການ ພັດທະນາແບບຍືນຍົງ ທີ່ພົວພັນ ເຖິງວຽກແມ່ ແລະ ເດັກ ກໍຄືສົນທິ ສັນຍາສາກົນ ແລະ ພາກພື້ນ ອາຊຽນ ກ່ຽວກັບເດັກທີ່ ສປປ ລາວ ເປັນພາຄີ ເປັນຕົ້ນແມ່ນ: ສົນທິສັນຍາວ່າດ້ວຍ ສິດທິເດັກ ຈຸດປະສົງ ເພື່ອຮັບປະກັນ ການຢູ່ລອດ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມ ຂອງເດັກລາວບັນດາເຜົ່າ ໃຫ້ມີໄວເດັກ ທີ່ເຕັມໄປດ້ວຍ ຄວາມຜາສຸກ, ຄວາມອົບອຸ່ນ ແລະ ການເບິ່ງແຍງ ເປັນຢ່າງດີຈາກ ພໍ່-ແມ່ ຍາດຕິພີ່ນ້ອງ ໃນຄອບຄົວ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ. ນອກນີ້, ທ່ານຍັງໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ອອກແຮງເພີ່ມທະວີ ປະຕິບັດ ວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປັດຈຸບັນ, ເຮັດໃຫ້ເດັກໄດ້ຮັບຄວາມຮັກ ອັນອົບອຸ່ນ ແລະ ການເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກພໍ່ແມ່, ຄອບຄົວ, ຊຸມຊົນ, ສັງຄົມ ແລະ ການຈັດຕັ້ງທຸກຂັ້ນ ເພື່ອໃຫ້ເດັກຮັບ ການພັດທະນາ ແລະ ມີອະນາຄົດ ທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີ ຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມ ເຂັ້ມແຂງ ຂອງຊາດ ເພື່ອສືບຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ວຽກກິດຈະກຳເດັ່ນ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ກອງປະຊຸມສໍາມະນາ ການນໍາໃຊ້ ເຕັກໂນໂລຊີ ທັນສະໄໝ ໃຫ້ແກ່ ພະນັກງານ ພາກລັດ (Cloud... 10/10/2023 ວີດີໂອ ສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ... 18/07/2023 ວີດີໂອ ວັນໂທລະຄົມມະນາຄົມ ສາກົນ ຄົບຮອບ 157 ປີ 18/06/2023 ໜ່ວຍພັກກົມກວດກາ ດໍາເນີນກອງປະຊຸມກາງສະໄໝ 18/06/2023 ສລດ ກອງປະຊຸມສໍາມະນາ ໃນຫົວຂໍ້ Internet Exchange, Data Center and... 12/06/2023 ກອງປະຊຸມສຳມະນາ ການເຊື່ອມໂຍງທາງດ້ານ ດິຈິຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງ ດ້ານເສດຖະກິດ-ສັງຄົມ ໃນຊົນນະບົດ... 12/06/2023 ໜ່ວຍພັກກົມໄປສະນີ ສຳເລັດການດຳເນີນ ກອງປະຊຸມກາງສະໄໝ 02/06/2023 ສະເຫຼີມສະຫຼອງ ການຍອມຮັບ ລະຫັດຊື່ ອິນເຕີເນັດພາສາລາວ (.ລາວ) ແລະ ທຸກພາສາໃນທົ່ວໂລກ 02/06/2023 ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ 02/06/2023 ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ... 02/06/2023