ໜ້າທໍາອິດ ການເຄື່ອນໄຫວ ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ

ກິດຈະກຳບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ

ໂດຍ phommasy

ໃນທ້າຍອາທິດຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນ ເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານ (ເຂດຫຼັກ 3) ອົງການກາແດງລາວ ຮ່ວມກັບ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດກິດຈະກຳ ຮັບບໍລິຈາກເລືອດ ເພື່ອຊ່ວຍເຫຼືອ ສັງຄົມ ກໍຄືປະກອບສ່ວນ ຊ່ວຍປິ່ນປົວຄົນເຈັບ ທີ່ເຂົ້າຮັກສາປິ່ນປົວ ຢູ່ບັນດາໂຮງໝໍຕ່າງໆ ເຊັ່ນ: ພະຍາດເລືອດຈາງ, ຟອກໄຂ່ຫຼັງ, ໄຂ້ຍຸງລາຍ, ເສຍເລືອດ ຍ້ອນການເກີດລູກ, ຖືພານອກພົກ, ມະເຮັງເມັດເລືອດຂາວ ແລະ ພະຍາດອື່ນໆ. ຊຶ່ງໃນກິດຈະກຳຄັ້ງນີ້ ມີເຂົ້າຮ່ວມ ບໍລິຈາກເລືອດ ທັງໝົດ ຈຳນວນ 13 ທ່ານ ຈາກບັນດາ ຫ້ອງການ, ບັນດາກົມ/ທຽບເທົ່າ ພາຍໃນກະຊວງ.

ຂ່າວສານທີ່ກ່ຽວຂ້ອງ