ໜ້າທໍາອິດ ພາລະບົດບາດ ພາລະບົດບາດ ຂອງສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ

ພາລະບົດບາດ ຂອງສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ

ໂດຍ phommasy

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ອັກສອນຫຍໍ້ “ສຖຕ” ເປັນພາສາສາກົນ “Technology Promotion and Transfer Center” ຂຽນຫຍໍ້ “TPTC” ແມ່ນໂຄງປະກອບ ການຈັດຕັ້ງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດ ເປັນເສນາທິການ ໃຫ້ແກ່ ຄະນະພັກ, ຄະນະນຳ ກະຊວງ ໃນການສ້າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບ ການຈັດຕັ້ງ ຜັນຂະຫຍາຍ ວຽກງານສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ໃຫ້ລວມສູນ, ສົ່ງເສີມການນຳໃຊ້ເຕັກໂນໂລຊີ, ຖ່າຍທອດ ເຕັກໂນໂລຊີໃໝ່ ທີ່ກ້າວໜ້າ, ສົ່ງເສີມການສ້າງ ທຸລະກິດລິເລີ່ມ (Start-up), ຊຸກຍູ້ ສົ່ງເສີມການຫັນ ເປັນດິຈິຕ໋ອນ, ດຶງດູດ ສົ່ງເສີມການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ໃນການ ສ້າງເຂດເຕັກໂນໂລຊີ ເພື່ອກ້າວສູ່ ເສດຖະກິດດິຈິຕ໋ອນ ແລະ ສົ່ງເສີມ, ໂຄສະນາ, ເຜີຍແຜ່, ຝຶກອົບຮົມ, ສຳມະນາທຸກວຽກງານ, ບັນດາ ຜະລິດຕະພັນ, ການບໍລິການ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຜິດຊອບ.

ພາລະບົດບາດ ຂອງສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ

ຫົວຂໍ້ດາວໂຫຼດ
ພາລະບົດບາດ ຂອງສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ

ຂ່າວສານທີ່ກ່ຽວຂ້ອງ