23
ສະຖາບັນ ຄົ້ນຄວ້ານຳໃຊ້ ເຕັກໂນໂລຊີ ອັດສະລິຍະ ຕົວຫຍໍ້ “ສຕອ” ຂຽນເປັນພາສາສາກົນ “Applied Research Institute of Smart Technology” ຂຽນຫຍໍ້ “ARIST” ແມ່ນໂຄງປະກອບ ກົງຈັກ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ຄະນະພັກ, ຄະນະນຳກະຊວງ ໃນການຄົ້ນຄວ້າ, ພັດທະນາ, ຕໍ່ຍອດ, ນຳໃຊ້, ຢັ້ງຢືນເຕັກນິກ, ຝຶກອົບຮົມ ແລະ ຖ່າຍທອດ ກ່ຽວກັບ ເຕັກໂນໂລຊີ ອັດສະລິຍະ ເປັນຕົ້ນ ລະບົບອັດຕະໂນມັດ, ເອເລັກໂຕຼນິກ, ຊອບແວ ແລະ ແອັບພຣິເຄຊັນ, ອິນເຕີເນັດແຫ່ງສັບພະສິ່ງ (IoT), ປັນຍາປະດິດ (AI), ເຕັກໂນໂລຊີສະເໝືອນຈິງ ແລະ ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການສົ່ງເສີມ ການບໍລິຫານ, ອຸດສາຫະກຳ ການຜະລິດ, ການບໍລິການ, ສາທາລະນະສຸກ, ການພັດທະນາຕົວເມືອງ ແລະ ສະພາບການປ່ຽນແປງ ຂອງດິນຟ້າອາກາດ ລວມເຖິງ ການເຝົ້າລະວັງ ການແຈ້ງເຕືອນໄພພິບັດ ທາງທຳມະຊາດ ແບບທັນສະໄໝ, ແລະ ອື່ນໆ ໃນຂອບເຂດທົ່ວປະເທດ ທີ່ກ່ຽວກັບ ວຽກງານ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຜິດຊອບ.
ພາລະບົດບາດ ຂອງສະຖາບັນ ຄົ້ນຄວ້ານໍາໃຊ້ ເຕັກໂນໂລຊີ ອັດສະລິຍະ
