32
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສ້າງ, ການນຳໃຊ້, ການຮັບຮູ້, ການຄຸ້ມຄອງ ແລະ ການກວດກາ ທຸລະກຳ ທາງເອເລັກໂຕຣນິກ ເພື່ອເຮັດໃຫ້ ມີຄວາມເຊື່ອຖື ແລະ ຄວາມໝັ້ນໃຈ ຕໍ່ທຸລະກຳ ທາງເອເລັກໂຕຣນິກ ແນໃສ່ ປົກປ້ອງສິດ ແລະ ຜົນປະໂຫຍດ ອັນຊອບທຳ ຂອງຜູ້ເຮັດ ການຄ້າທາງເອເລັກໂຕຣນິກ ແລະ ຮັບປະກັນ ການນຳໃຊ້, ການສົ່ງເສີມ ທຸລະກຳ ທາງເອເລັກໂຕຣນິກ, ການຫັນເປັນທັນສະໄໝ ເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ ເຮັດໃຫ້ປະເທດຊາດ ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນ ລະບຽບຮຽບຮ້ອຍ ແລະ ຍຸຕິທຳ.
ກົດໝາຍວ່າດ້ວຍ ທຸລະກໍາດ້ານເອເລັກໂຕຣນິກ
