33
ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາ ການຖ່າຍທອດ ເຕັກໂນໂລຊີ ເພື່ອຊຸກຊູ້ ສົ່ງເສີມ ການຄົ້ນຄວ້າ, ການພັດທະນາ, ການປະດິດສ້າງ, ການຄ້າ, ການລົງທຶນ, ການຜະລິດ, ການບໍລິການ ແລະ ການຫັນເປັນ ອຸດສາຫະກຳ ແລະ ທັນສະໄໝ ແນໃສ່ ເຮັດໃຫ້ສັງຄົມ ໄດ້ນຳໃຊ້ ເຕັກໂນໂລຊີ ທີ່ເໝາະສົມ, ກ້າວໜ້າ, ທັນສະໄໝ, ມີປະສິດທິພາບ ແລະ ປະສິດທິຜົນ ເປັນມິດຕໍ່ ສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການ ພັດທະນາ ເສດຖະກິດ-ສັງຄົມ, ປົກປັກຮັກສາ ປະເທດຊາດ ແລະ ສັງຄົມ ມີຄວາມຍຸຕິທຳ.
ກົດໝາຍວ່າດ້ວຍ ການຖ່າຍທອດເຕັກໂນໂລຊີ
