ເຕັກໂນໂລຊີໃໝ່ Blockchain Technology ກັບການຈັດການ ທຸລະກໍາ ໃນຍຸກດິຈິຕອນ ໂດຍ phommasy 04/06/2023 04/06/2023 18 ຕໍ່ຈາກບົດຄວາມ ໃນສະບັບກ່ອນໜ້ານີ້ ກ່ຽວກັບ Bitcoin ຕາມສັນຍາ ຜູ້ຂຽນ ຈະນໍາເອົາເທັກໂນໂລຊີ ທີ່ຢູ່ເບື້ອງຫຼັງ ການຈັດການ ຂໍ້ມູນຂອງ Bitcoin ກໍ່ຄື Blockchain Technology. ດັ່ງທີ່ຮູ້ກັນດີແລ້ວວ່າ ປະຈຸບັນຄື ຍຸກແຫ່ງການ ພັດທະນາ ແລະ ນໍາໃຊ້ Blockchain Technology ເປັນເຕັກໂນໂລຊີ ທີ່ຫຼາຍຄົນ ຄິດວ່າ ຈະມີແນວໂນ້ມ ຈະປ່ຽນແປງຮູບແບບ ພາກທຸລະກິດຕ່າງໆໃນ ອະນາຄົດ ອັນໃກ້ນີ້ ເຊິ່ງໂດຍທົ່ວໄປ ແມ່ນ ນໍາໃຊ້ໃນ Social Media, Big Data, Cloud ແລະ ປັນຍາປະດິດ (Artificial Intelligent) ຍັງເປັນອີກໜຶ່ງ ນະວັດຕະກໍາ ທີ່ກໍາລັງເຂົ້າມາ ມີບົດບາດ ໃນວົງການ ເຕັກໂນໂລຢີ ທາງດ້ານການຈັດການ ຂໍ້ມູນ ໂດຍສະເພາະແມ່ນ Bitcoin. ເຖິງແມ່ນວ່າ Blockchain Technology ຈະມີຄວາມຊັບຊ້ອນ ທາງເຕັກນິກ ແຕ່ກໍ່ເປັນ ນະວັດຕະກໍາ ທີ່ປະຍຸກໃຊ້ ໄດ້ງ່າຍ ໃນຂະບວນການ ຈັດການຂໍ້ມູນ ສໍາລັບ ອຸປະກອນ ຫຼາຍລ້ານເຄື່ອງ, ເປັນລະບົບ ເປີດກວ້າງ ສໍາລັບທຸກຄົນ ທີ່ບໍ່ເປັນພຽງແຕ່ ຂໍ້ມູນ ແຕ່ເປັນສິ່ງ ທີ່ມີມູນຄ່າເຊັ່ນ: ເງິນດິຈິຕອນ, ສັນຍາຂໍ້ຕົກລົງ, ໜັງສື, ດົນຕີ, ຊັບສິນທາງປັນຍາ ແລະ ການລົງຄະແນນ ສຽງ ທີ່ມີລັກສະນະ ສະເພາະ ທີ່ສາມາດ ເຄື່ອນຍ້າຍ ແລະ ຈັດເກັບໄດ້ ຢ່າງປອດໄພ. Blockchain ມີຄວາມໜ້າເຊື່ອຖື, ບໍ່ຈໍາເປັນຕ້ອງມີ ຕົວກາງ ກໍ່ຄືທະນາຄານ, ອົງການຈັດຕັ້ງລັດ ຫຼື ເອກະຊົນ ແຕ່ມັນອາໄສ ພຽງແຕ່ ການເຮັດວຽກ ຮ່ວມກັນຂອງ ເຄື່ອງຄອມພິວເຕີ ຈໍານວນມະຫາສານ ທີ່ເຊື່ອມຕໍ່ ເປັນເຄືອຂ່າຍ ທີ່ມີການປະມວນຜົນ ຢ່າງມີປະສິດທິພາບ ໂດຍ blockchain ຈະມີການກວດສອບ ຄວາມຖືກຕ້ອງ ແລະ ຄວາມໜ້າເຊື່ອຖື ເຊິ່ງຍາກທີ່ຈະເກີດ ການຜິດພາດ ແລະ ສໍ້ໂກງ ຫຼື ສາມາດເອີ້ນໄດ້ວ່າ blockchain ເປັນສື່ດິຈິຕອນ ສໍາລັບ ການຈັດການ ຊັບສິນ (ປຽບທຽບແບບງ່າຍໆ ກໍຄື ຖ້າອິນເຕີເນັດ ເປັນສື່ດິຈິຕອນ ສໍາລັບການຈັດການ ແລະ ແລກປ່ຽນ ສື່ສານຂໍ້ມູນ, blockchain ກໍເປັນສື່ດິຈິຕອນ ສໍາລັບການຈັດການ ແລະ ແລກປ່ຽນ ຊັບສິນ) ເຊິ່ງສິ່ງນີ້ເອງ ທີ່ມີຄວາມໝາຍ ສໍາຄັນ ທີ່ສາມາດປ່ຽນແປງ ການເຮັດທຸລະກໍາ ທາງທຸລະກິດ ຊຶ່ງເປັນການສ້າງ ແຮງກະຕຸ້ນ ຢ່າງຊັດເຈນ ຄືການປ່ຽນແປງ ໂຄງສ້າງພື້ນຖານ ຂອງອຸດສາຫະກໍາ ດ້ານການເງິນ ໂດຍການ ຫຼຸດຄ່າໃຊ້ຈ່າຍ ແລະ ຄວາມຊັບຊ້ອນ ຂອງການດໍາເນີນການ ໃນການເຮັດທຸລະກໍາ ເຮັດໃຫ້ ຜູ້ທີ່ບໍ່ມີບັນຊີ ທະນາຄານ ສາມາດເຂົ້າເຖິງ ການບໍລິການ ທາງການເງິນໄດ້ ແລະ ພັດທະນາປັບປຸງ ໃຫ້ເກີດຄວາມ ໂປ່ງໃສ ເພື່ອໃຫ້ເຫັນເຖິງ ບົດບາດຂອງ ການນໍາໃຊ້ Blockchain Technology ໃຫ້ຊັດເຈນຍິ່ງຂື້ນ ຍົກຕົວຢ່າງ ໃນທຸລະກິດ ບັນເທີງ Smart Contract ຈະຊ່ວຍໃຫ້ ສິລະປິນ, ນັກປະພັນຕ່າງໆ ສາມາດຂາຍຜົນງານ ຂອງຕົນໃຫ້ກັບ ລູກຄ້າ ຫຼື ຜູ້ບໍລິໂພກ ໄດ້ໂດຍກົງ ໂດຍບໍ່ຕ້ອງຜ່ານ ຕົວກາງ ກໍຄື ຄ້າຍເພງ ຫຼື ສໍານັກງານ, ສະຖາບັນ ການເງິນ ໝາຍຄວາມວ່າ ຄ່າລິຂະສິດ ແລະ ຂໍ້ຕົກລົງຕ່າງໆ, ລະບົບການຊໍາລະເງິນ ຈະສາມາດ ດໍາເນີນການໄດ້ ອັດຕະໂນມັດ ໂດຍບໍ່ອາໄສຕົວກາງ ສໍານັກງານດັ່ງກ່າວ. Blockchain Technology ເປັນຮູບແບບໃໝ່ ສໍາລັບເຈົ້າຂອງ ຊັບສິນທາງປັນຍາ ທີ່ເຮັດໃຫ້ເຈົ້າຂອງ ຜົນງານ ໄດ້ຮັບຄ່າ ຕອບແທນ ຢ່າງຍຸຕິທໍາ ກັບສິ່ງທີ່ພວກເຂົາ ເຈົ້າໄດ້ສ້າງຂຶ້ນມາ ເຊິ່ງຖ້າຫາກ ນໍາໃຊ້ ເຕັກໂນໂລຊີດັ່ງກ່າວ ໃນຂະບວນການນີ້ ກໍຈະຊ່ວຍໃຫ້ເຈົ້າ ອັບໂຫຼດ ຜົນງານ ຂອງຕົນສູ່ ລະບົບດິຈິຕອນ ແລະ ມີການໂອນເງິນ ດີຈີຕອນ ເພື່ອຊື້ ຫຼື ປ່ຽນເຈົ້າຂອງ ເຮັດໃຫ້ ນະວັດຕະກໍາດັ່ງກ່າວ ສາມາດ ເຂົ້າມາແກ້ໄຂ ປັນຫາທາງຊັບສິນ ໄດ້ຢ່າງມີປະສິດທິພາບ ເຊິ່ງເປັນບາດ ກ້າວໃໝ່ ເລີຍກໍວ່າໄດ້. ເຊິ່ງ ນັບຕໍ່ຈາກນີ້ Internet of things ຈະເຂົ້າມາມີບົດບາດ ໃນລະບົບ ເສດຖະກິດດິຈິຕອນ ແລະ ຈະມີການນໍາເອົາ blockchain ເຂົ້າມາຊ່ວຍ ໃນການຈັດການ ທຸລະກໍາຕ່າງໆ ໃນຊີວິດ ປະຈໍາວັນ ນັບຫຼາຍໆລາຍການ, ເຊິ່ງການໃຫ້ ບໍລິການ ດ້ານການເງິນ ໃນອະດີດ ບໍ່ສາມາດຈັດການກັບ ລະບົບການຊໍາລະ ເງິນແບບ Micropayment ໄດ້ຢ່າງມີ ປະສິດທິພາບ ເຊິ່ງຈະ ຕ້ອງໄດ້ ແຍກຍ່ອຍ ການຊໍາລະເງິນ ເປັນແບບແຕ່ລະ ລາຍການ ຫຼື ຕໍ່ຄັ້ງ (Pay-per-article ຫຼື pay-per-view) ເຊິ່ງລະບົບ blockchain ສາມາດຈ່າຍໄດ້ ທັງໝົດເປັນ ຈໍານວນຫຼາຍ ແລະ ສາມາດ ກວດສອບ ທຸລະກໍາຕ່າງໆ ໄດ້ແບບ Real-time ອີກດ້ວຍ, ຈາກນີ້ຕໍ່ໄປ ຜູ້ນໍາ ໃນອຸດສາຫະກໍາ ຈະພົບກັບຄວາມທ້າທາຍ ໃນການຕັດສິນໃຈ ກ່ຽວກັບ ຂະໜາດ ຂອງອົງກອນ ທີ່ຕ້ອງແຂ່ງຂັນ ກັບອົງກອນ ຂະໜາດນ້ອຍ ທີ່ໃຊ້ເຕັກໂນໂລຊີ ດິຈິຕອນໃໝ່ໆ ເຊິ່ງກໍາລັງຍຶດພື້່ນທີ່ ຕະຫຼາດຢ່າງໄວວາ ແລະ ຈະເຮັດໃຫ້ອົງກອນ ດັ້ງເດີມມີປັນຫາ ແລະ ອຸປະສັກໃນການ ທີ່ຈະຕ້ອງຄົງຕົວ ຢູ່ໃນຕະຫຼາດ ເຮັດໃຫ້ບັນດາ ທຸລະກິດດັ້ງເດີມ ມີຄວາມສ່ຽງສູງ ໃນການທີ່ຈະຕ້ອງ ອອກຈາກ ທຸລະກິດໄປ ຫຼື ຕ້ອງມີການປັບຕົວ ໃຫ້ເໝາະສົມກັບ ສະພາບແວດລ້ອມ ໃຫ້ໄດ້. ສາມາດເວົ້າໄດ້ວ່າ Blockchain Technology ໄດ້ສ້າງ ປະກົດການໃໝ່ ຂອງຄວາມສໍາຄັນ ໃນການຢືນຢັນຕົວຕົນ ແລະ ຊັບສິນທາງປັນຍາ ໃນການເຮັດທຸລະກໍາ ດິຈິຕອນ ຢ່າງປອດໄພ, ຖືກຕ້ອງ ແລະ ການປ່ຽນແປງໃໝ່ ໃນຮູບແບບ ຂອງການດໍາເນີນ ທຸລະກິດ ແລະ ນະວັດຕະກໍານີ້ ຍັງສາມາດ ນໍາໄປປະຍຸກໃຊ້ ໃຫ້ກັບຫຼາກຫຼາຍສິ່ງ ທີ່ຕ້ອງການລະບົບ ທີ່ຈັດການຂໍ້ມູນ ແລະ ຄວາມໜ້າເຊື່ອຖື ຂອງຂໍ້ມູນເຫຼົ່ານັ້ນ ຫຼື ບໍ່ແນ່ວ່າ ເຮົາອາດຈະເຫັນ ວິທີການໃຊ້ blockchain ທີ່ຈະປ່ຽນຊີວິດ ປະຈໍາວັນ ຂອງຄົນເຮົາ ກໍເປັນໄດ້. ຖ້າປຽບທຽບ ເຕັກໂນໂລຊີດັ່ງກ່າວ ຢູ່ໃນ ສປປ ລາວ ແມ່ນອາດ ຈະຍັງບໍ່ທັນ ໄດ້ມີບົດບາດ ໃຫ້ເຫັນກັນໃນສັງຄົມ ປະຈຸບັນ ທາງດ້ານ ການນໍາມາ ປະຍຸກໃຊ້ ແລະ ການປ່ຽນແປງທາງ ດ້ານທຸລະກິດ, ແຕ່ເຮົາເຫັນ ໄດ້ວ່າ ການປະຍຸກໃຊ້ ເຕັກໂນໂລຊີຕ່າງໆ ໃນໄລຍະ ປະຈຸບັນ ໄດ້ມີຜົນກະທົບ ແລະ ເປັນສິ່ງກະຕຸກຊຸກຍູ້ ໃຫ້ແກ່ບັນດາ ຜູ້ປະກອບການ ຂະໜາດນ້ອຍ ແລະ ຜູ້ປະກອບການໃໝ່ ກ້າວຂື້ນມາ ມີບົດບາດ ແລະ ສາມາດດໍາລົງ ຄົງຕົວໄດ້ ຢູ່ໃນຕະຫຼາດ. (ໂດຍ: ທະວີສັກ ສີຫາລາດ) ເຕັກໂນໂລຊີ 0 FacebookTwitterWhatsappLINEEmail ຂ່າວສານທີ່ກ່ຽວຂ້ອງ ໄພຄຸກຄາມຈາກ Internet of things ແລະ ແນວທາງ ໃນການຮັບມື ໃນຕໍ່ໜ້າ 04/06/2023