ຄວາມຮູ້ທົ່ວໄປ 9 ທັກສະຄວາມສາມາດ ທີ່ຕະຫຼາດແຮງງານ ໄອທີ ຂອງໂລກຕ້ອງການ ໂດຍ phommasy 04/06/2023 04/06/2023 22 ໃນສະພາວະໂລກຂອງເຮົາ ກຳລັງປະເຊີນກັບ ການປ່ຽນແປງ ຢ່າງໄວວາ ໃນອຸດສາຫະກຳ ເຕັກໂນໂລຊີ. ບຸກຄົນໃດ ທີ່ຍຸກການຮຽນຮູ້ ບຸກຄົນນັ້ນ ອາດປະເຊີນກັບ ຄວາມສ່ຽງ ໃນການຫຼຸດພົ້ນອອກ ຈາກຕະຫຼາດແຮງງານ ທີ່ມີການແຂ່ງຂັນ ກັນຢ່າງຂຸ້ນຂ້ຽວ. ເພື່ອໃຫ້ມີຈຸດຢືນ ພະນັກງານໄອທີ ຕ້ອງສືບຕໍ່ ຮຽນຮູ້ທັກສະ ແລະ ຄວາມຮູ້ໃຫມ່ ໃຫ້ແກ່ຕົນເອງ ດ້ວຍການພັດທະນາ ທັກສະ ແລະ ຄວາມສາມາດ ຂອງຕົນ ໃຫ້ມີຄວາມຊ່ຽວຊານ ແລະ ສອດຄ່ອງກັບ ແນວທາງ ການພັດທະນາ ຂອງເຕັກໂນໂລຊີ. ໃນວາລະສານ ສະບັບນີ້ ຈະມາແນະນຳ 9 ທັກສະ ທີ່ກຳລັງຕ້ອງການ ຂອງຕະຫຼາດໃນໂລກ ເພື່ອສໍາລັບ ນັກພັດທະນາ ໄອທີ ຂອງລາວ ຕ້ອງການເຮັດ ວຽກຢູ່ຕ່າງປະເທດ. 1. Computer Science and Data Science: ຄົນເຮົານັບມື້ນັບ ດຳລົງຊີວິດ ໂດຍອາໃສ ອຸປະກອນຕ່າງໆ ທີ່ເຮັດວຽກ ດ້ວຍລະບົບ ຄອມພິວເຕີ. ສະນັ້ນ ສິ່ງສຳຄັນ ຂອງການ ພັດທະນາ ຄຸນລັກສະນະ ແລະ ຄວາມອາດສາມາດ ຂອງອຸປະກອນ ເຫຼົ່ານັ້ນ ທັງໃນ ແບບທົ່ວໄປ ແລະ ສະເພາະງານ ແມ່ນໜ້າທີ່ ຂອງ ນັກວິສະວະກອນ ຄອມພິວເຕີ. 2. Software Programming: ຖ້າເບິ່ງກັບໄປໃນປີ 2011, ບໍລິສັດຮ່ວມລົງທຶນ Marc Andreessen ເຄີຍປະກາດວ່າ “ດ້ວຍເຫດຜົນໃດ ທີ່ຊອບແວ ກຳລັງ ກືນກິນໂລກ – Why Software Is Eating the World” ທີ່ຂຽນໄວ້ ໃນບົດຄວາມ ຂອງ Wall Street Journal. ຊຶ່ງຫຼັກຖານ ຂອງ Andreessen ໄດ້ເພີ່ມທະວີ ໃຫ້ເຫັນຂື້ນ ຢ່າງຊັດເຈນ ເລື້ອຍໆ ໃນໄລຍະ ຫຼາຍປີຜ່ານມາ ເນື່ອງຈາກ ຊອບແວໂຄດ ຍັງສືບຕໍ່ດຶງດູດ ຄວາມສົນໃຈ ໃນຊີວິປະຈຳວັນ ຂອງເຮົາ ໂດຍການນຳໃຊ້ ຜ່ານ ລະບົບຄລາວ, ອຸປະກອນມືຖື, ສື່ສັງຄົມອອນລາຍ ນີ້ຄືເຫດຜົນ ທີ່ເຮັດໃຫ້ເຮົາ ບໍ່ຕ້ອງ ສົງໄສເລີຍວ່າ ເຫດຜົນໃດ ທີ່ຄວາມຕ້ອງການ ນັກພັດທະນາ ຊອບແວ ທີ່ມີພອນສະຫວັນ ກຳລັງເພີ່ມຂື້ນ. 3. Cybersecurity: ໃນໄລຍະບໍ່ເທົ່າໃດປີ ຜ່ານມາ, ເກືອບທຸກໆມື້ ພວກເຮົາ ຈະໄດ້ຍິນຂ່າວເດັ່ນ ກ່ຽວກັບ ເຫດການ ແຮັກຂໍ້ມູນ ຫຼື ການລະເມີດ ຄວາມປອດໄພ ທາງຄອມພິວເຕີ. ເຖິງຢ່າງໃດກໍ່ຕາມ ກໍ່ຍັງມີອີກຫຼາຍ ເຫດການ ທີ່ບໍ່ຖືກ ເປີດເຜີຍ ສູ່ສາທາລະນະຊົນ ດ້ວຍເຫດຜົນ ເພື່ອປົກປ້ອງ ສື່ສຽງ ຂອງບໍລິສັດ ຫຼື ປົກປ້ອງຂໍ້ມູນ ຂອງຜູ້ຊົມໃຊ້ ຫຼື ຊັບສິນທາງປັນຍາ. ໃນປະຈຸບັນ ສົງຄາມທາງ ດ້ານໄຊເບີ ຫຼື ການໂຈມຕີ ທາງຄອມພິວເຕີ ທີ່ມາຈາກການ ສະໜັບສະໜູນ ຂອງລັດຖະບານ ຈະກາຍເປັນ ອັນຕະລາຍໃຫ້ ແກ່ສັງຄົມ ແລະ ເສດຖະກິດ. ດັ່ງນັ້ນ ຫຼາຍລັດຖະບານ ແລະ ບໍລິສັດ ຈິ່ງຕ້ອງການ ບຸກຄະລາກອນ ຄວາມສາມາດ ທາງຄວາມປອດໄພ ຄອມພິວເຕີ ມາເປັນກຳແພງ ປ້ອງກັນ ໃຫ້ແກ່ອົງການຕົນ. 4. Artificial Intelligence and Machine Learning: ໃນໄລຍະມໍ່ໆທີ່ຜ່ານມາ ໄດ້ມີການອະພິປາຍ ທີ່ ຊີລີຄອນ ວໍເລ ກ່ຽວກັບ ການເຕືອນໄພ ອັນຕະລາຍຂອງ ເຄື່ອງຈັກ ປັນຍາປະດິດ ທີ່ອາດມີ ຜົນກະທົບ ທາງລົບ ຕໍ່ການຮຽນຮູ້ ຂອງມະນຸດເຮົາ ໃນອະນາຄົດອັນໃກ້ ຊຶ່ງໃນກໍລະນີນີ້ ເຄື່ອງຈັກດັ່ງກ່າວ ຈະບໍ່ຂື້ນກັບຄົນ ແລະ ນັກພັດທະນາ ຊອບແວອີກ. ສະນັ້ນ ກໍ່ເປັນເຫດຜົນ ທີ່ມັນກາຍເປັນ ສິ່ງສຳຄັນ ທີ່ຕ້ອງໄດ້ມີຄົນ ທີ່ມີຄວາມສາມາ ດ້ານນີ້ ເພື່ອຄອບຄຸມ ແລະ ແກ້ໄຂ ບັນຫາ ທີ່ AI ຫຼື Machine learning ສ້າງຂື້ນ. 5. Internet of Things (IoT): ເມື່ອກ້າວສູ່ປີ 2018 ເຮົາຈະເຫັນ ອັດຕາ ການນຳໃຊ້ ເຊັນເຊີ ໃນຂົງເຂດ ອຸດສະຫະກຳ ຫຼາຍຂື້ນ ຊຶ່ງສົ່ງ ຜົນກະທົບ ຫຼາຍຕໍ່ ອຸດສາຫະກຳ ຜະລິດລົດຍົນ, ຍານອາວະກາດ, ຂະແໜງການອື່ນໆ ທີ່ເຮົາຄິດວ່າ ຈະມີການນຳໃຊ້ ລະບົບ IoT ເຊັ່ນ ການຂົນສົ່ງ, ການຂາຍຍ່ອຍ, ກະສິກໍາ ຫຼື ການແພດ. ການຂະຫຍາຍຕົວ ຂອງວຽກນີ້ ຈະເຮັດໃຫ້ຄວາມ ຕ້ອງການ ຈ້າງຜູ້ຊ່ຽນຊານ ດ້ານ IoT ຫຼາຍຂື້ນ ແລະ ກໍ່ຈະເປັນຜົນ ເຮັດໃຫ້ເກີດ ໜ້າວຽກໃຫມ່ໆ ໃນອົງກອນ ທີ່ນຳໃຊ້ລະບົບ IoT. 6. Natural Language Processing: ກ່ອນອື່ນ ຂໍອະທິບາຍ ການປະມວນຜົນ ພາສາທຳມະຊາດ ແມ່ນພາກສ່ວນໜຶ່ງ ຂອງປັນຍາປະດິດ ແລະ ພາສາສາດ ທີ່ສຶກສາ ປັນຫາ ໃນການປະມວນຜົນ ແລະ ນຳໃຊ້ ພາສາທຳມະຊາດ ທີ່ລວມທັງ ສຽງຈາກທຳມະຊາດ ແລະ ຈາກສິ່ງມີຊີວິດ ເພື່ອເຮັດໃຫ້ ຄອມພິວເຕີ ສາມາດເຂົ້າໃຈ ພາສາມະນຸດໄດ້. ປະຈຸບັນພວກເຮົາ ກຳລັງຄ່ອຍໆ ປະຕິເສດ ກັບການເບິ່ງໜ້າຈໍ ແລະ ສຳພັດ ຫຼື ພິມຄຳສັ່ງ ຊຶ່ງເຮົາຈະເຫັນ ແນວໂນ້ມ ການເຕີບໃຫ່ຍ ຂອງການນຳໃຊ້ ລະບົບປະມວນ ຜົນພາສາທຳມະຊາດ ເຊັ່ນ Siri ໃນ Iphone ກໍ່ເປັນສິ່ງໜຶ່ງ ໃນການປ່ຽນແປງ ພຶດຕະກຳ ການໃຊ້ໂທລະສັບ ຂອງຄົນເຮົາ. ໃນປີ 2018 ລະບົບປະເມີນຜົນ ພາສາທຳມະຊາດນີ້ ຈະກາຍເປັນສິ່ງ ນິຍົມຫຼາຍຂື້ນ ເນື່ອງຈາກ ປະສິດທິພາບ ແລະ ຄວາມສະດວກສະບາຍ ໂດຍສະເພາະ ການນຳໃຊ້ ເຂົ້າໃນ ເຮືອນ, ລົດ, ເຄື່ອງບັງຄັບ ອັດສະລິຍະອື່ນໆ. 7. Biotechnology and Healthcare IT: ເຕັກໂນໂລຊີ ຊີວະພາບ ກາຍເປັນແຫຼ່ງສຳຄັນ ສຳລັບ ວຽກງານການຢາ ແລະ ການບຳບັດ ຊຶ່ງເຮັດໃຫ້ ຊີວິດຂອງ ຄົນເຮົາດີຂື້ນ. ວຽກງານນີ້ ແມ່ນການປະສົມປະສານ ລະຫວາງ ຊີວິດພາບ ແລະ ເຕັກໂນໂລຊີ ເພື່ອນຳໄປ ໃຊ້ໃນການຜະລິດ ຜະລິດຕະພັນໃໝ່ ທີ່ຖືກສ້າງຂື້ນ ເພື່ອເຮັດໃຫ້ ຊີວິດ ຂອງຄົນເຮົາ ມີສຸຂະພາບດີຂື້ນ. ຕັ້ງແຕ່ການ ຜະລິດວັກຊີນ ຈົນຮອດ ການປ່ຽນຖ່າຍ ແຊ້ນຂອງຮ່າງກາຍ, ເຕັກໂນໂລຊີ ຊີວະພາບ ຈະມີຢູທຸກບ່ອນ ສະນັ້ນ ວິຊາຊີບທາງ ດ້ານເຕັກໂນໂລຊີ ຊີວະພາບ ຈະແມ່ນເປົ້າໝາຍໃໝ່ ຂອງນັກສຶກສາ ແລະ ອາຊີບ ທີ່ມີການນໍາໃຊ້ ໄອຊີທີ ເຂົ້າໃນການເບິ່ງ ແຍ່ສຸຂະພາບ ກໍ່ຈະຂະຫຍາຍຕົວ ຢ່າງສູງ ໃນຂົງເຂດ ສາທາລະນະສຸກ. 8. Industrial Robotics and Automation: ຄວາມວິຕົກກັງວົນ ກ່ຽວກັບ ກົນຈັກ ແລະ ຫຸ່ນຍົນ ຈະເຮັດໃຫ້ ຄວາມຕ້ອງການ ແຮງງານມະນຸດ ສີ້ນສຸດລົງ ເຖິງແມ່ນວ່າ ແຮງງານມະນຸດ ໄດ້ມີມາຕັ້ງແຕ່ ຈຸດເລີ່ມຕົ້ນ ຂອງການປະຕິວັດ ອຸດສາຫະກຳ ຍຸກທຳອິດ. ຄວາມວິຕົກກັງວົນ ບໍ່ແມ່ນວ່າບໍ່ມີ ຈຸດອ້າງອີງ ເພາະບັນດາ ວຽກງານ ທີ່ມີລັກສະນະ ເຮັດຊຳ້ໄປຊຳ້ມາ ໄດ້ຄ່ອຍໆຖືກ ປ່ຽນແທນຫຸ່ນຍົນ ແລະ ເຕັກໂນໂລຊີ, ສິ່ງນີ້ໄດ້ເປັນ ຜົນກະທົບ ທາງລົບ ແກ່ແຮງງານມະນຸດ ໃນອະດີດ. ຕໍ່ກັບວິວັດ ທະນາການ ຂອງເຕັກໂນໂລຊີ ໃນຫຸ່ນຍົນ, ລະບົບອັດຕະໂນມັດ ແລະ ລະບົບປະເມີນຜົນ ທີ່ຖືກສ້າງຂື້ນ ກາຍເປັນສິ່ງທີ່ ໜ້າກັງວົນໃນ ປະຈຸບັນ. ສະນັ້ນ ເປັນເຫດຜົນທີ່ ບຸກຄົນທີ່ມີ ຄວາມສາມາດ ໃນດ້ານນີ້ ຈະມີຄວາມຕ້ອງການ ນັບມື້ນັບຫຼາຍຂື້ນ. 9. Data Analytics and Business Intelligence: ເມື່ອສັງຄົມຂອງເຮົາ ໄດ້ຮັບການພັດທະນາ ໂດຍອີງໃສ່ ລະບົບ ຄອມພິວເຕີ ຫຼາຍຂື້ນ ແລະ ພວກເຮົາກຳລັງ ນຳໃຊ້ແຫຼ່ງຂໍ້ມູນ ຈາກຫຼາຍ ຮູບຫຼາຍແບບ ທີ່ມີການປ່ຽນແປງ ຢ່າງໄວວ່າ ຊຶ່ງອາດເກີນກວ່າ ຄວາມອາດສາມາດ ຂອງມະນຸດ ທີ່ຈະຮັບຮູ້ໄດ້ ທຸກຂໍ້ມູນ. ດັ່ງນັ້ນ ບຸກຄະລາກອນ ທີ່ຊ່ຽວຊານທາງດ້ານ ການວິເຄາະ ຂໍ້ມູນ ຈະກາຍເປັນຜູ້ນຳ ໃນການຂັບເຄື່ອນ ເພື່ອສ້າງ ຜະລິດຕະພັນ ທີ່ດີກວ່າ ແລະ ມີປະສິດທິພາບກວ່າ ຂອງອົງກອນເຂົາເຈົ້າ. (ອໍາພອນສັກ ເທບພູມີ) ເຕັກໂນໂລຊີ 0 FacebookTwitterWhatsappLINEEmail