ໜ້າທໍາອິດ ພາລະບົດບາດ ພາລະບົດບາດ ຂອງ ສູນອິນເຕີເນັດແຫ່ງຊາດ

ພາລະບົດບາດ ຂອງ ສູນອິນເຕີເນັດແຫ່ງຊາດ

ໂດຍ phommasy

ສູນອິນເຕີເນັດ ແຫ່ງຊາດ ຕົວຫຍໍ້ “ສອຊ” ເປັນພາສາ ສາກົນ “Lao National Internet Center” ຂຽນຫຍໍ້ “LANIC” ແມ່ນໂຄງປະກອບກົງຈັກ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດເປັນເສນາທິການ ໃຫ້ແກ່ ກະຊວງ ໃນການຄຸ້ມຄອງ ລວມສູນ ການສື່ສານຂອງ ລະບົບເຄືອຂ່າຍ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ທັງພາຍໃນ ແລະ ຕ່າງປະເທດ, ເປັນຈຸດເຊື່ອມຕໍ່ຂອງ ລະບົບຄຸ້ມຄອງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ, ຄຸ້ມຄອງ ແລະ ພັດທະນາ ລະຫັດຊື່ ອິນເຕີເນັດສູງສຸດ ແຫ່ງຊາດ ດ໋ອດລາ (Country Code Top-Level Domain, ccTLD .LA) ແລະ ດ໋ອດລາວ (Internationalized Country Code Top-Level Domain Name, IDN ccTLD .ລາວ), ຄຸ້ມຄອງ ແລະ ສະໜອງການບໍລິການ ສູນຂໍ້ມູນແຫ່ງຊາດ (National Data Center), ຄຸ້ມຄອງ ແລະ ພັດທະນາ ໃບຮັບຮອງລາຍເຊັນ ເອເລັກໂຕຣນິກ ແຫ່ງຊາດ (National Root Certificate Authority, NRCA) ເພື່ອສະໜອງ ໂຄງລ່າງພື້ນຖານ ດິຈິຕ໋ອນ ທີ່ມີຄວາມໄວສູງ ແລະ ມີຄວາມປອດໄພ ຮອງຮັບການຫັນ ເປັນດິຈິຕ໋ອນ, ການພັດທະນາ ເສດຖະກິດດິຈິຕ໋ອນ ແກ່ພາກລັດ-ສັງຄົມ ແລະ ເປັນຫ້ອງການ ກອງເລຂາ ຄະນະກຳມະການ ຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ).

ພາລະບົດບາດ ຂອງ ສູນອິນເຕີເນັດແຫ່ງຊາດ

ຫົວຂໍ້ດາວໂຫຼດ
ພາລະບົດບາດ ຂອງ ສູນອິນເຕີເນັດແຫ່ງຊາດ

ຂ່າວສານທີ່ກ່ຽວຂ້ອງ